Button Top

ຫຼັງຈາກ ສະຫມັກ

ພາຍຫຼັງທີ່ ທ່ານ ຍື່ນໃບຄຳຮ້ອງຂໍວິຊາຢູ່ສູູນຂໍວິຊາ VFS Global ຂອງເຢັຽລະມັນ ຢູ່ ສປປ ລາວ ທ່ານ ສາມາດຕິດຕາມຄວາມຄືບໜ້າຂອງການພິຈາລະນາວິຊາ ໂດຍການຕີເລກທີ່ ແລະ ວັນເດືອນປີເກີດ

ກົດຢູ່ນີ້ ເພື່ອຕິດຕາມຄວາມຄືບໜ້າຂອງການພິຈາລະນາວິຊາ

ສະຖານທູດ ເຢັຽລະມັນ ປະຈຳນະຄອນຫຼວງວຽງຈັນ ຈະສົ່ງໜັງສືຜ່ານແດນ ທີ່ອອກວິຊາໃຫ້ຮຽບຮ້ອຍແລ້ວ ໃຫ້ສູນຂໍວິຊາ. ຜູ້ຂໍວິຊາ ສາມາດມາເອົາໜັງສືຜ່ານແດນ ນຳສູນ VFS Global ດ້ວຍຕົນເອງ ຫຼື ຕົວແທນຂອງຕົນທີ່ໄດ້ຮັບການມອບໝາຍຕາມເງື່ອນໄຂດັ່ງຕໍ່ໄປນີ້:

  • ໃບມອບສິດເຊັນໂດຍຜູ້ຂໍວິຊາ
  • ໃບຮັບເງິນຕົ້ນສະບັບ
  • ສຳເນົາບັດປະຈຳຕົວຂອງຕົວແທນ

ໃນກໍລະນີເຮັດໃບເກັບເງິນຕົ້ນສະບັບເສັຽ ຕ້ອງນຳເອົາໃບແຈ້ງເສັຽນຳເຈົ້າໜ້າທີ່ຕຳຫຼວດ

ທ່ານ ສາມາດມາເອົາໜັງສືຜ່ານແດນ ຢູ່ ສູນ VFS Global:

8.30 ໂມງ ຫາ 16.45 ໂມງ

ວັນຈັນ ຫາ ວັນສຸກ

ຜູ້ຂໍວິຊາ ສາມາດມາເອົາໜັງສືຜ່ານແດນພາຍໃນເວລາ 30 ວັນ ນັບແຕ່ວັນທີ່ສູນ VFS Global ໄດ້ຮັບໜັງສືຜ່ານແດນຈາກສະຖານທູດ. ພາຍຫຼັງ 30 ວັນ, ໜັງສືຜ່ານແດນຈະຖືກສົ່ງຄືນໃຫ້ ສະຖານທູດເຢັຽລະມັນປະຈຳນະຄອນຫຼວງວຽງຈັນ ແລະ ທ່ານ ສາມາດມາເອົາຢູ່ ສະຖານທູດພາຍໃນໃນເວລາ 1 ເດືອນ

ສຳລັບ ຜູ້ຂໍວິຊາ ທີ່ເລືອກໃຊ້ການສົ່ງທາງໄປສະນີ ສູນ ຈະຈົດສົ່ງໜັງສືຜ່ານແດນ ຕາມທີ່ຢູ່ ພາຍໃນ ເວລາ 24 ຊົ່ວໂມງ ພາຍຫຼັງສູນໄດ້ຮັບໜັງສືຜ່ານແດນ

ກັບຄືນ