ສຳລັບໃບຄຳຮ້ອງຂໍວິຊາ ທີ່ຈະຍື່ນຢູ່ສະຖານທູດເຢັຽລະມັນ ຕາມວັນນັດໝາຍ ຜູ້ຂໍວິຊາ ຕ້ອງມາຍື່ນ ຢູ່ສູນຂໍວິຊາ ດ້ວຍຕົນເອງ ແຕ່ວັນຈັນ ຫາ ວັນສຸກ ແຕ່ 8.30 ຫາ 16.45 ໂມງ
ກະກຽມໃບຄຳຮ້ອງ ແລະ ເອກະສານອຶ່ນໆ, ໃຫ້ເຂົ້າໄປເບິ່ງປະເພດວິຊາ ໃນເວັບໄຊ໌ ນີ້ ແລະ ຊອກຫາ ລາຍລະອຽດກ່ຽວກັບປະເພດວິຊາທີ່ ທ່ານ ຢາກຂໍ ເຊິ່ງ ທ່ານ ຈະຊອກຂໍ້ມູນໄດ້ກ່ຽວກັບຄ່າວິຊາ, ບັນດາເອກະສານທີ່ຕ້ອງປະກອບ ແບບຟອມຂໍວິຊາ ແລະ ອຶ່ນໆ
ຂໍນັດໝາຍ ເພື່ອມາສູນຂໍວິຊາ (ເຮັດກໍໄດ້ ບໍ່ເຮັດກໍໄດ້). ເພື່ອມາສູນຂໍວິຊາ ຜູ້ຂໍວິຊາ ທຸກຄົນ ຕ້ອງນັດໝາຍວັນເວລາ ແລະ ປະກອບແບບຟອມວິຊາ ທາງ ລະບົບ ອອນໄລ໌. ການຈອງ ແລະ ນັດໝາຍວັນເວລາຈະບໍ່ໄດ້ເສັຍຄ່າໃດໆໝົດ ແລະ ຈະນັດໝາຍວັນເວລາໄດ້ ຕາມວັນເວລາ ທີ່ສູນຫວ່າງ. ເພື່ອນັດວັນໝາຍເວລາມາສູນ VFS Global ໃຫ້ ທ່ານ ກົດຢູ່ນີ້. ເພື່ອປະກອບແບບຟອມ VIDEX ໃຫ້ກົດຢູ່ນີ້.
ຍື່ນໃບຄຳຮ້ອງ ຢູ່ສູນຂໍວິຊາ VFS Global ຕາມນັດໝາຍ ແລະ ຍື່ນແບບຟອມຂໍວິຊາ ພ້ອມກັບເອກະສານອຶ່ນໆ
ຈ່າຍຄ່າວິຊາ. ໃຫ້ກວດເບິ່ງກ່ອນວ່າ ຄ່າວິຊາຕົກເປັນເທົ່າໃດ ຕາມປະເພດວິຊາທີ່ ທ່ານ ຂໍ. ສູນຂໍວິຊາ ຮັບການຊຳລະເປັນເງິນສົດ ແລະ ໃຊ້ບັດເກຣດິດ. ເຈົ້າໜ້າທີ່ຮັບເອກະສານຈະແຈ້ງໃຫ້ທ່ານຊາບ ວ່າ ຄ່າວິຊາທັງໝົດຕົກເປັນເງິນກີບເທົ່າໃດ. ສຳລັບທຸກການຊຳລະຢູ່ ສູນ, ສູນຈະອອກໃບຮັບເງິນໃຫ້