ຢູ່ໃນສູນ VF Worldwide Holdings ຈຳກັດ, ພວກເຮົາ ມີຄວາມໝາຍໝັ້ນ ໃນການປົກປ້ອງ ແລະ ເຄົາລົບ ຊິວິດສ່ວນຕົວຂອງ ທ່ານ
ການແຈ້ງການກ່ຽວກັບຄວາມເປັນສ່ວນຕົວນີ້ ເປັນການອະທິບາຍວ່າ ສູນ VF Worldwide Holdings ແລະ ຫ້ອງການສາຂາ ທີ່ມີໃນທົ່ວໂລກ (ຕໍ່ໄປນີ້ ເອີນວ່າ “VFS Global” ຫຼື “ພວກເຮົາ”) ເຮັດແນວໃດເພື່ອຄຸ້ມຄອງຂໍ້ມູນສ່ວນບຸກຄົນ. ການແຈ້ງການນີ້ ແມ່ນປະຕິບັດກັບເວັບໄຊ໌, ຜະລິດຕະພັນ, ໂປແກມຄອມພີວເຕີ ຫຼື ການບໍລິການ ທີ່ຕິດພັນກັບສູນ (ເອີ້ນວ່າ “ການບໍລິການຕ່າງໆ”)
ບາງຄັ້ງຄາວ ບາງບໍລິການ ອາດກ່ຽວຂ້ອງກັບການແຈ້ງການຄວາມເປັນສ່ວນຕົວທີ່ມີລັກສະນະແຕກຕ່າງ ທີ່ກຳນົດວິທີການປະຕິບັດ ຕໍ່ບັນຫາຄວາມເປັນສ່ວນຕົວ ແບບພິເສດ
ພວກເຮົາ ອາດດັດແກ້ການແຈ້ງການນີ້ ເປັນບາງຄັ້ງຄາວ ດັ່ງນັ້ນຂໍໃຫ້ ທ່ານກວດສອບໃນເວັບໄຊ໌ ເປັນໄລຍະ ເພື່ອຮັບປະກັນວ່າ ທ່ານ ມີຄວາມເພີງພໍໃຈຕໍ່ການດັດແກ້.
ການແຈ້ງການນີ້ ຖືກປັບປຸງຫຼ້າສຸດ ໃນວັນທີ 10 ມັງກອນ 2019
ໂດຍການນຳໃຊ້ ການບໍລິການຂອງ ພວກເຮົາ ທ່ານ ເຫັນດີ ມີຂໍ້ຜູກມັດນຳການແຈ້ງການນີ້.
ຖ້າ ທ່ານ ມີຄຳຖາມໃດ ກ່ຽວກັບການແຈ້ງການກ່ຽວກັບຄວາມເປັນສ່ວນຕົວ ແລະ ວິທີປະຕິບັດຂອງ ພວກເຮົາ ໃນຜ່ານມາ ຂໍໃຫ້ ທ່ານ ຕິດຕໍ່ພະນັກງານຮັບຜິດຊອບການປົກປ້ອງຂໍ້ມູນຫຼື ຂຽນຫາສູນ ຕາມທີ່ຢູ່ດັ່ງລຸ່ມນີ້:
VFS (Thailand) LTD.
No. 10/198-203, 28th - 29th Floor,
The Trendy Building, Sukhumvit Soi 13,
Klongtoey-Nua, Wattana, Bangkok 10110.
ສູນ VFS Global ເປັນຜູ້ຊ່ຽວຊານການສະໜອງບໍລິການທາງດ້ານເຕັກໂນໂລຊີ ທີ່ໃຫຍ່ກວ່າໝູ່ໃນໂລກ ໃຫ້ແກ່ລູກຄ້າທີ່ເປັນລັດຖະບານ ແລະ ສະຖານເອກອັກຄະລັດຖະທູດ. ພວກເຮົາ ໄດ້ຮັບອະນຸຍາດໃຫ້ຮັບເອົາ ໃບຄຳຮ້ອງຂໍວິຊາປະເພດຕ່າງໆ, ໃບອະນຸຍາດ ແລະ ເອກະສານເດີນທາງ ແລະ ເຮັດໜ້າທີ່ບໍລິຫານ ທີ່ບໍ່ຕ້ອງການໃຫ້ ສູນ ຕັດສິນ ທີ່ຕິດພັນກັບການຂໍວິຊາ ແລະ ບໍລິການປະຊາຊົນ ໃຫ້ແກ່ລູກຄ້າພວກເຮົາ ທີ່ເປັນ ລັດຖະບານ ເພື່ອໃຫ້ຝ່າຍລັດຖະບານ ສຸມໃສ່ໜ້າທີ່ການປະເມີນ. ໂດຍການສະໜອງການບໍລິການໃນການເກັບເອົາໃບຄຳຮ້ອງຂໍວິຊາ, VFS Global ເຮັດໜ້າທີ່ຄືກັນກັບຜູ້ດຳເນີນການກ່່ຽວກັບຂໍ້ມູນ ແລະ ບັນດາສະຖານທູດ ເປັນຜູ້ກວດສອບຂໍ້ມູນ
ສະຖານທູດ ເຢັຽລະມັນ (ຜູ້ກວດສອບຂໍ້ມູນ) ຄື:
ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພັນ ເຢັຽລະມັນ
26 ຖະໜົນ ໂສກປ່າຫຼວງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
ສູນ VFS Global ມີສຳນັກງານໃຫຍ່ຢູ່ ດູບາຍ, ປະເທດ ສະຫະພາບ ອາຣັບ ເອມີເຣດ ແລະ ເປັນສາຂາຂອງ ກຸ່ມ ກົວນີ ທີ່ຖືກຳມະສິດທັງໝົດ ແລະ ມີສຳນັກງານຕັ້ງຢູ່ ຊູຣິກ, ປະເທດ ສະວິດສະແລນ ເຊິ່ງຜູ້ກຳມະສິດຫຼັກຄື ບໍລິສັດ EQT ເຊິ່ງເປັນບໍລິສັດລົງທຶນລະດັບໂລກທີ່ນຳໜ້າ ມີສຳນັກງານໃຫຍ່ຢູ່ ສະຕົກໂຮມ, ປະເທດ ສະວິເດັນ. ທີ່ຢູ່ຂອງ ສູນ ທີ່ລົງທະບຽນແລ້ວ ຄື
VFS Global Limited, Level 7, 32nd Floor, Jumeirah Business Centre, 1 Tower, Cluster G, Jumeirah Lakes Towers, P.O. Box 114100, Dubai, UAE.
ພວກເຮົາໄດ້ຂໍ້ມູນກ່ຽວກັບ ທ່ານ ໃນເວລາ ທີ່ ທ່ານ ເຂົ້າເບິ່ງເວັບໄຊ໌ ຂອງ ພວກເຮົາ ຫຼື ເວລາ ທ່ານ ໃຊ້ບໍລິການຂອງພວກເຮົາ ຕົວຢ່າງ ເວລາ ທ່ານ ຂໍວິຊາ ຫຼື ໃຊ້ບໍລິການຂໍວິຊາຂອງພວກເຮົາ. ນອກນັ້ນ, ພວກເຮົາ ອາດໄດ້ຂໍ້ມູນກ່ຽວກັບ ທ່ານ ຈາກແຫລ່ງສຳຮອງ ຕົວຢ່າງ ການກວດສອບເອກະສານ ໃນຖານະເປັນຂັ້ນຕອນຂອງການຂໍວິຊາ. ຖ້າລູກຄ້າ ທີ່ເປັນລັດຖະບານຂໍໃຫ້ ພວກເຮົາ ກວດສອບ. ຫລັງຈາກນັ້ນ, ພວກເຮົາ ອາດຕິດຕໍ່ ບັນດາ ອົງການໃຫ້ຄະແນນຄວາມເຊື່ອຖື, ອົງການປາບປາມການສໍ້ໂກງ, ສະຖາບັນການສຶກສາ, ນາຍຈ້າງເກົ່າ ແລະ ໜ່ວຍງານອຶ່ນ ເພື່ອຂໍຂໍ້ມູນເພີ້ມເຕີມ
ພວກເຮົາ ເກັບກຳແຕ່ຂໍ້ມູນ ທີ່ລັດຖະບານຂໍໃຫ້ກວດເທົ່ານັ້ນ ເພື່ອຍື່ນໃບຄຳຮ້ອງຂໍວິຊາ ຫຼື ໃຫ້ການບໍລິການຂໍວິຊາ. ຂໍ້ມູນສ່ວນບຸກຄົນ ທີ່ ພວກເຮົາ ເກັບກຳ ຂຶ້ນກັບປະເພດ ວິຊາ ທີ່ ທ່ານ ຂໍ ເພາະ ຂໍ້ມູນທີ່ ພວກເຮົາ ເກັບກຳ ຈະເປັນຂໍ້ມູນ ໃຫ້ລັດຖະບານເພື່ອພິຈາລະນາ ອອກວິຊາ
ຕົວຢ່າງຂໍ້ມູນ ທີ່ ພວກເຮົາ ເກັບກຳ:
ຂໍ້ມູນສ່ວນບຸກຄົນ: ຊື່, ນາມສະກຸນ, ເລກບັດປະຈຳຕົວ, ສັນຊາດ, ເພດ, ລາຍລະອຽດ ຂອງ ເອກະສານເດີນທາງ (ເຊັ່ນ ໜັງສືຜ່ານແດນ ຫຼຶ ບັດປະຈຳຕົວ), ອີແມລ, ເບີໂທລະສັບ, ທີ່ຢູ່, ສະຖານທີ່ ແລະ ວັນເດືອນປີເກີດ
ຂໍ້ມູນສ່ວນບຸກຄົນທີ່ລະອຽດອ່ອນ: ສາສະໜາ, ສະຖາພາບທາງຄອບຄົວ, ຂໍ້ມູນກ່ຽວກັບສຸກຂະພາບ, ລາຍນີ້ວມື, ພາບຖ່າຍ ແລະ ຕົວຢ່າງ ດີ ເອັນ ເອ
ພາກສ່ວນທີ່ ສາມ: ເດັກນ້ອຍ, ຊື່ພໍ່ແມ່, ຊື່ພັນລະຍາ/ສາມີ, ລາຍລະອຽດກ່ຽວກັບນາຍຈ້າງ, ບຸກຄົນ ທີ່ ອ້າງອີງ, ທີ່ຢູ່ ທີ່ ທ່ານ ຈະໄປພັກເຊົ່າ
ຂໍ້ມູນການສຶ່ສານ: ລາຍລະອຽດຜູ້ຕິດຕໍ່, ອີແມລ, ເບີໂທລະສັບມືຖື
ຂໍ້ມູນການຊຳລະ: ລາຍລະອຽດກ່ຽວກັບການຊຳລະຜ່ານບັດເກຣດິດ, ລາຍລະອຽດກ່ຽວກັບບັນຊີທະນາຄານ
ຂໍ້ມູນເອເລັກໂທຣນິກ: ພາບກ້ອງວົງຈອນປິດ, ການບັນທຶກພາບ-ສຽງ, ຄຸນກີ້ ເວັບໄຊ໌ (ເບິ່ງຂ້າງລຸ່ມ)
ບັນຊີລາຍນີ້ ຍັງບໍ່ຄົບ ແລະ ແຕກຕ່າງຕາມຂໍ້ຮຽກຮ້ອງຂອງລູກຄ້າທີ່ເປັນລັດຖະບານ ແລະ ການບໍລິການ ທີ່ ທ່ານ ໃຊ້ນຳ ພວກເຮົາ
ຖ້າ ທ່ານ ຕ້ອງການຢາກຮູ້ ຂໍ້ມູນສ່ວນບຸກຄົນ ທີ່ ພວກເຮົາ ເກັບກຳ ເພື່ອຂໍວິຊາ ຂອງ ທ່ານ ຫຼື ການຂໍເອກະສານເດີນທາງ, ໃຫ້ ທ່ານ ຕິດຕໍ່ ພະນັກງານປົກປ້ອງຂໍ້ມູນຫຼື ຕິດຕໍ່ ສະຖານທູດ ທີ່ກ່ຽວຂ້ອງ ຕາມທີ່ຢູ່ຂ້າງເທິງ.
ສູນ VFS Global ຈະນຳໃຊ້ຂໍ້ມູນສ່ວນບຸກຄົນກ່ຽວກັບ ທ່ານ ເພື່ອຈຸດປະສົງການຂໍວິຊາ ເທົ່ານັ້ນ ຫຼື ເພື່ອສະໜອງການບໍລິການເພີ້ມເຕີມ ທີ່ ທ່ານ ຮ້ອງຂໍ ເຊັ່ນ ການຈັດສົ່ງວິຊາເຖິງບ້ານ
ພວກເຮົາ ອາດນຳໃຊ້ຂໍ້ມູນກ່ຽວກັບ ທ່ານ ເພື່ອ:
ພວກເຮົາ ທົບທວນຄືນໄລຍະເວລາການເກັບຮັກສາຂໍ້ມູນສ່ວນບຸກຄົນຢ່າງເປັນປະຈຳ. ຕາມກົດໝາຍແລ້ວ, ພວກເຮົາ ຕ້ອງໄດ້ເກັບຮັກສາບາງຂໍ້ມູນ ເພື່ອປະຕິບັດພັນທະທາງກົດໝາຍ (ຕົວຢ່າງ ໃບເກັບເງິນ ສຳລັບລະບຽບການກ່ຽວກັບອາກອນ). ພວກເຮົາ ຈະເກັບຮັກສາຂໍ້ມູນໄວ້ໃນລະບົບ ໃນໄລຍະເວລາຕໍ່າສຸດ ທີ່ເຫັນວ່າຈຳເປັນ ສຳລັບກິດຈະກຳທີ່ກ່ຽວຂ້ອງ ດັ່ງໄດ້ຮັບມອບໝາຍຈາກລັດຖະບານ
ຂໍ້ມູນກ່ຽວກັບການຂໍວິຊາ ທີ່ພວກເຮົາ ເກັບກຳ ຈະບໍ່ໄດ້ເຮັດສຳເນົາ ຫຼື ຮັກສາໄວ້ໃນສູນ. ສຳລັບ ເອກະສານອຶ່ນໆ: ແບບຟອມ ແລະ ບົດບັນທຶກຕ່າງໆ ທີ່ມີຂໍ້ມູນສ່ວນບຸກຄົນ ຈະຖືກທຳລາຍດ້ວຍຂັ້ນຕອນທີ່ມີຄວາມປອດໄພ ພາຍໃນ 30 ວັນ ພາຍຫຼັງ ສົ່ງເອກະສານເດີນທາງຄືນໃຫ້ ທ່ານ
ບາງຂໍ້ມູນສ່ວນບຸກຄົນ ອາດເກັບຮັກສາໄວ້ໃນຮູບແບບເອກເລັກໂຕຣນິກສູງສຸດ 30 ວັນ ພາຍຫຼັງສົ່ງເອກະສານເດີນທາງຄືນໃຫ້ ທ່ານ. ນີ້ແມ່ນເພື່ອຈຸດປະສົງເພື່ອຊ່ວຍ ທ່ານ ເວລາ ທ່ານ ຕິດຕໍ່ພວກເຮົາ ແລະ ມີຄຳຖາມເຈາະຈິ້ມ.
ພວກເຮົາ ຈະບໍ່ແລກປ່ຽນຂໍ້ມູນກ່ຽວກັບ ທ່ານ ນຳ ພາກສ່ວນທີ່ ສາມ ເພື່ອຈຸດປະສົງການຕະຫຼາດ ນອເວັ້ນເສັຽແຕ່ວ່າ ທ່ານ ຈະເຫັນດີ. ທ່ານ ສາມາດ ຖອນການເຫັນດີຕົກລົງນີ້ ທຸກເວລາ ໂດຍການ ອັບເດດ ຄວາມຕ້ອງການຂອງ ທ່ານ ທາງ ລະບົບ ອອນໄລ໌ ທີ່ສາມາດປະຕິບັດໄດ້ ຫຼຶ ຕິດຕໍ່ສູນລູກຄ້າຂອງ ພວກເຮົາ ທີ່ສູນ ຈະສົ່ງລາຍລະອຽດໃຫ້ ເວລາທ່ານ ຍື່ນໃບຄຳຮ້ອງຂໍວິຊາ
ຈະບໍ່ໄດ້ເປີດເຜີຍ ຂໍ້ມູນສ່ວນບຸກຄົນຂອງ ທ່ານ ໃຫ້ ພາກສ່ວນທີ່ ສາມ ເວັ້ນເສັຽແຕ່ວ່າ ທ່ານ ຈະເຫັນດີ. ພວກເຮົາ ອາດ ແລກປ່ຽນຂໍ້ມູນສ່ວນບຸກຄົນກັບບັນດາບໍລິສັດ ໃນເຄື່ອຄ່າຍຂອງສູນ VFS Global ເວລາຈຳເປັນ ເພື່ອຮັບເອົາການຮ້ອງຂໍຂອງ ທ່ານ ຫຼື ສະໜອງການບໍລິການເພິີ້ມເຕີມ ທີ່ ທ່ານ ຮ້ອງຂໍ. ຕົວຢ່າງ ຖ້າ ທ່ານ ຂໍໃຫ້ ພວກເຮົາສົ່ງເອກະສານເດິນທາງເຖິງບ້ານ ຫຼື ຫ້ອງການ ຫຼື ດຳເນີນຂັ້ນຕອນການກວດສອບ ຫຼື ສະກັດກັ້ນອາດຊະຍະກຳ
ເຈົ້າໜ້າທີ່
ໂດຍຜ່ານຮູບແບບການຂໍວິຊາ ຫຼື ເອກະສານເດີນທາງອຶ່ນໆ ຂໍ້ມູນສ່ວນບຸກຄົນຂອງ ທ່ານ ຈະຖືກສົ່ງໄປສະຖານເອກອັກຄະລັດຖະທູດ ທີ່ເປັນຕົວແທນຂອງ ປະເທດ ທີ່ ທ່ານ ກຳລັງຂໍວິຊາ ເພື່ອໄປຢ້ຽມຢາມ. ສະຖານເອກອັກຄະລັດຖະທູດ ດັ່ງກ່າວ ອາດແລກປ່ຽນຂໍ້ມູນສ່ວນບຸກຄົນຂອງ ທ່ານ ນຳ ເຈົ້າໜ້າທີ່ ລັດຖະບານ, ທີ່ອົງກອນທີ່ອອກລະບຽບການ ຫຼື ບັງຄັບໃຊ້ກົດໝາຍ ເພື່ອສະກັດກັ້ນ ອາດຊະຍະກຳ ຫຼື ການກໍ່ການຮ້າຍ.
ພາກສ່ວນທີ່ ສາມ ຍ້ອນເຫດຜົນທາງກົດໝາຍ
ພວກເຮົາ ຈະແລກປ່ຽນຂໍ້ມູນສ່ວນບຸກຄົນຂອງ ໃນເວລາ ເຫັນວ່າຈຳເປັນ ເຊັ່ນ:
ເພື່ອປະຕິບັດຕາມພັນທະທາງກົດໝາຍ ແລະ ຕອບສະໜອງຕາມການຮ້ອງຂໍຂອງອົງການລັດຖະບານ ລວມທັງ ອົງກອນບັງຄັບໃຊ້ກົດໝາຍ ແລະ ເຈົ້າໜ້າທີ່ຂອງລັດພາກສ່ວນອຶ່ນໆ ທີ່ອາດລວມເອົາເຈົ້າໜ້າທີ່ນອກປະເທດ ທີ່ ທ່ານ ມີຖິ່ນພູມລຳເນົາ
ໃນກໍລະນີ ມີການຮ່ວມ, ຂາຍ, ປັບປຸງໂຄງຮ່າງການຈັດຕັ້ງ, ຊື້, ຮ່ວມທຶນ, ມອບໝາຍ, ຖ່າຍໂອນ ທຸລະກິດ ຫຼື ຂາຍຫຸ້ນບາງສ່ວນໃນທຸລະກິດ, ຊັບສິນ ຫຼື ຫຸ້ນ (ລວມທັງ ທີ່ຕິດພັນກັບການລົ້ມລະລາຍ ຫຼື ຂັ້ນຕອນທີ່ ຄ້າຍຄື)
ເພື່ອປົກປ້ອງສິດ, ຜູ້ສົມໃຊ້, ລະບົບ ແລະ ການບໍລິການ
ຜູ້ສະໜອງບໍລິການ ທີ່ເປັນພາກສ່ວນທີ່ ສາມ ແລະ ເປັນຕົວແທນພວກເຮົາ
ພວກເຮົາ ອາດສາມາດສົ່ງຂໍ້ມູນກ່ຽວກັບ ທ່ານ ໃຫ້ ພາກສ່ວນທີ່ ສາມ, ຜູ້ຮັບເໝົາ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຈຸດປະສົງປະຕິບັດຕາມໜ້າທີີ່ ແລະ ໃຫ້ການບໍລິການໃຫ້ ກັບ ທ່ານ ໂດຍຕ່າງນ້າໃຫ້ ທ່ານ (ຕົວຢ່າງ ການດຳເນີນການຊຳລະ ຫຼື ຈັດສົ່ງວິຊາຕາມໄປສະນີ). ເຖິງຢ່າງໃດກໍຕາມ, ໃນເວລາ ທີ່ພວກເຮົານຳໃຊ້ຜູ້ສະໜອງບໍລິການພາກສ່ວນ ທີ່ ສາມ ພວກເຮົາ ເປີດເຜີຍພຽງແຕ່ຂໍ້ມູນສ່ວນບຸກຄົນທີ່ຈຳເປັນສຳລັບການໃຫ້ການບໍລິການ ແລະ ພວກເຮົາກໍ່ມີສັນຍາ ທີ່ຮຽກຮ້ອງໃຫ້ເກັບຮັກສາຂໍ້ມູນ ເປັນຄວາມລັບ ແລະ ບໍ່ໃຫ້ນຳໃຊ້ເພື່ອຈຸດປະສົງທາງການຕະຫຼາດ. ຂໍ ໃຫ້ ທ່ານ ອຸ່ນໃຈ ວ່າ ພວກເຮົາ ຈະບໍ່ເປີດເຜີຍຂໍ້ມູນກ່ຽວກັບ ທ່ານ ໃຫ້ແກ່ພາກສ່ວນທີ່ ສາມ ທີ່ບໍ່ຢູ່ໃນເຄືອຄ່າຍຂອງ ສູນ ເພື່ອໃຊ້ ສຳລັບການຕະຫຼາດ ເວັ້ນເສັຽແຕ່ວ່າ ຈະໄດ້ຮັບອະນຸຍາດ ຈາກ ທ່ານ.
ຜູ້ສະໜອງການບໍລິການພາກ ສ່ວນທີ່ ສາມ ອາດເຮັດວຽກກັບ:
ພວກເຮົາ ເຮັດວຽກຢ່າງໃກ້ຊິດກັບຜູ້ສະໜອງການບໍລິການພາກສ່ວນທີ່ ສາມ ເພື່ອສະໜອງການບໍລິການ ທີ່ຫຼາກຫຼາຍ ແລະ ມີຄຸນນະພາບ ເພືຶ່ອ ໃຫ້ ທ່ານ ໄດ້ມີປະສົບການນຳການເດີນທາງທີ່ດີທີ່ສຸດ. ຕົວຢ່າງ ເວລາ ທ່ານ ຈ່າຍ ຄ່າວິຊາ ພວກເຮົາ ຕ້ອງມີຂັ້ນຕອນການຊຳລະ. ຜູ້ສະໜອງບໍລິການທີ່ກ່ຽວຂ້ອງ ຈະນຳໃຊ້ລາຍລະອຽດ ກ່ຽວກັບ ທ່ານ ເພື່ອດຳເນີນການຊຳລະ ແລະ ປະຕິບັດ ພັນທະ ຕາມກົດໝາຍທີ່ມີຢູ່. ໃນບາງກໍລະນີ ຜູ້ສະໜອງບໍລິການ ຈະເປັນກວດສອບຂໍ້ມູນກ່ຽວກັບ ທ່ານ ແລະ ດ້ວຍເຫດນີ້ ພວກເຮົາຈຶ່ງແນະນຳ ໃຫ້ ທ່ານ ອ່ານ ໃບແຈ້ງການສະບັບນີ້ຢ່າງລະອຽດ. ຜູ້ສະໜອງການບໍລິການພາກສ່ວນທີ່ ສາມ ເຫຼົ່ານີ້ ອາດແລກປ່ຽນຂໍ້ມູນ ກ່ຽວກັບ ທ່ານ ນຳ ພວກເຮົາ ເຊິ່ງພວກເຮົາ ຈະນຳໃຊ້ ຕາມການແຈ້ງການສະບັບນີ້.
ຖ່າຍສົ່ງ ຂໍ້ມູນ ໄປຕ່າງປະເທດ
ໃນຖານະເປັນການບໍລິການ ທີ່ ພວກເຮົາ ສະໜອງ ຜ່ານ ເວັບໄຊ໌ ຫຼື ຢູ່ສູນຂໍວິຊາ ຂໍ້ມູນ ທີ່ ທ່ານ ສະໜອງ ໃຫ້ ພວກເຮົາ ຈະຖືກໂອນໄປຕ່າງປະເທດ. ນີ້ກໍເພາະວ່າ ໃນການຂໍວີຊາ ຫຼື ເອກະສານເດີນທາງ ຂໍ້ມູນສ່ວນບຸກຄົນກ່ຽວກັບ ທ່ານ ຈະຖືກສົ່ງຜ່ານ ສະຖານທູດ ໄປ ປະເທດ ທີ່ ທ່ານ ຂໍວິຊາ. ປະເທດ ເຫຼົ່ານີ້ ອາດບໍ່ມີລະບຽບວ່າດ້ວຍການປົກປ້ອງຂໍ້ມູນ ຄືກັນກັບປະເທດ ຂອງ ທ່ານ.
ພວກເຮົາ ອາດສົ່ງຂໍ້ມູນສ່ວນບຸກຄົນ ຂອງ ທ່ານ ໄປ ນຶ່ງ ໃນບັນດາສູນຂອງພວກເຮົາທີ່ ຢູ່ ປະເທດ ອັງກິດ, ການາດາ, ເຢັຽລະມັນ, ອິນເດັຽ ຫຼື ລັດເຊັຽ ອີງຕາມປະເທດ ທີ່ ທ່ານ ກຳລັງຂໍວິຊາ.
ໃນຖານະ ເປັນຂັ້ນຕອນນຶ່ງຂອງການຂໍວິຊາ ພວກເຮົາ ຈະຂໍການເຫັນດີຈາກ ທ່ານ ໃຫ້ ສົ່ງຂໍ້ມູນສ່ວນບຸກຄົນ ຂອງ ທ່ານ ໄປຕ່າງປະເທດ ເຖິງແມ່ນວ່າ ມັນແມ່ນຂັ້ນຕອນທີ່ຈຳເປັນຂອງການຂໍວິຊາ ແຕ່ ພວກເຮົາ ຈຳເປັນຕ້ອງຂໍອະນຸຍາດ ຈາກ ທ່ານ ເພື່ອສົ່ງຂໍ້ມູນສ່ວນບຸກຄົນຂອງ ທ່ານ.
ໃຫ້ ທ່ານ ຕິດຕໍ່ເຈົ້າໜ້າທີ່ ປົກປອ້ງຂໍ້ມູນ ຖ້າ ທ່ານ ຕ້ອງການຂໍ້ມູນລະອຽດ
ທ່ານ ມີສິດ ໃນການຖອນການເຫັນດີ ຂອງ ທ່ານ ທີ່ ທ່ານ ໄດ້ໃຫ້ໄວ້ກັບພວກເຮົາ ກ່ອນໜ້ານີ້ ສຳລັບການພິຈາລະນາຂໍ້ມູນ. ເຖິງຢ່າງໃດກໍຕາມ, ຖ້າ ຫາກວ່າ ທ່ານ ຖອນ, ພວກເຮົາຈະບໍ່ສາມາດ ສືບຕໍ່ພິຈາລະນາໃບຄຳຮ້ອງຂໍວິຊາ.
ພວກເຮົາຈະບໍ່ຕິດຕໍ່ ທ່ານ ທາງ ອີແມລ, ໂທລະສັບ ຫຼື ຜ່ານຂໍ້ຄວາມສັ້ນ ເພື່ອຈຸດປະສົງທາງການຕະຫຼາດ ເວັ້ນເສັຽແຕ່ວ່າ ທ່ານ ອະນຸຍາດ ໃຫ້ ພວກເຮົາເຮັດ. ທ່ານ ອາດ ປ່ຽນໃຈ ທຸກເວລາ ແລະ ບໍ່ຮັບຂໍ້ມູນທາງການຕະຫຼາດອີກ ໂດຍການຕິດຕໍ່ ສູນລູກຄ້າ ຫຼື ອັບເດດ ຄວາມຕ້ອງການຂອງທ່ານ ທາງລະບົບ ອອນໄລ໌ ຕາມຄວາມເໝາະສົມ.
ພາຍໃຕ້ກົດໝາຍ ທ່ານ ມີສິດ ຈຳນວນນຶ່ງ ຕໍ່ກັບວິທີການພິຈາລະນາ ຂໍ້ມູນຂອງ ທ່ານ ຄືດັ່ງນີ້:
ຖ້າ ທ່ານ ມີຄວາມຮູ້ສຶກວ່າ ຂໍ້ມູນ ຂອງ ທ່ານ ຖືກນຳໃຊ້ຢ່າງບໍ່ຖືກຕ້ອງ ຫຼື ທ່ານ ມີຄຳຕຳນິ ກ່ຽວກັບວິທີການພິຈາລະນາຂໍ້ມູນຂອງທ່ານ ທ່ານ ສາມາດຕຳນິໄດ້
ທ່ານ ສາມາດ ສົ່ງຄຳຕຳນິ ເຖິງ ເຈົ້າໜ້າທີ່ປົກປ້ອງຂໍ້ມູນ ຫຼື ຫາສະຖານທູດ ໂດຍກົງ ຫຼື ເຈົ້າໜ້າທີ່ປົກປ້ອງຂໍ້ມູນ ຢູ່ໃນປະເທດ ຂອງ ທ່ານ ໂດຍຍົກໃຫ້ເຫັນວ່າ ເປັນຫຍັງທ່ານ ຈຶ່ງຄຶດວ່າ ສິດທິ ຂອງ ທ່ານ ອາດໄດ້ຮັບຜົນກະທົບຈາກການພິຈາລະນາຂໍ້ມູນຈາກ ສູນຂໍວິຊາ.
ອົງການປົກປ້ອງຂໍ້ມູນ ຢູ່ ສປປ ລາວ ມີ:
ອາຄານສຳນັກງານາຍົກລັດຖະມົນຕີ
ທຳນຽບລັດຖະບານ
ຊັ້ນ ສອງ
ສຳນັກລັດຖະບານ
ດູສິດ ບາງກອກ 10300
ທ່ານ ມີສິດ ຂໍສຳເນົາຂໍ້ມູນ ທີ່ສູນຂໍວິຊາ ມີ. ຖ້າ ທ່ານ ຂໍ ເຂົ້າເຖິງຂໍ້ມູນສ່ວນບຸກຄົນ ຂອງ ທ່ານ ພວກເຮົາຍິນດີ ປະຕິບັດຕາມ ເຊິ່ງມັນຕ້ອງສອດຄ່ອງກັບ ຂໍ້ກຳນົດທາງກົດໝາຍ ແລະ ຂໍ້ຍົກເວັ້ນ ລວມທັງ ຂັ້ນຕອນການກວດສອບຂໍ້ມູນສ່ວນຕົວ. ກ່ອນທີ່ຈະສະໜອງຂໍ້ມູນ ໃຫ້ ທ່ານ, ພວກເຮົາຈະຂໍເບິ່ງ ຫຼັກຖານບັດປະຈຳຕົວ ແລະ ຂໍ້ມູນທີ່ພຽງພໍ ສຳລັບການປຶກສາກັບພວກເຮົາ ເຊິ່ງພວກເຮົາ ຈະສະໜອງຂໍ້ມູນທີ່ກ່ຽວຂ້ອງໃຫ້. ນອກນັ້ນ ພວກເຮົາ ອາດເກັບຄ່າບໍລິການສຳລັບການເຮັດສຳເນົາຂໍ້ມູນ (ເວັ້ນເສັຽ ທີ່ກົດໝາຍຈະຫ້າມ)
ຄວາມຊັດເຈນຂອງຂໍ້ມູນ ມີຄວາມສຳຄັນຕໍ່ພວກເຮົາ. ຢູ່ບາງເຂດ ທ່ານ ມີສິດ ກວດແກ້ ຫຼື ດັດແກ້ຂໍ້ມູນສ່ວນບຸກຄົນຂອງ ທ່ານ ຖ້າ ຂໍ້ມູນ ນັ້ນ ບໍ່ຊັດເຈນ ຫຼື ຕ້ອງການອັບເດດ. ທ່ານ ອາດມີສິດເຊັນກັນ ໃນການຂໍລຶບຂໍ້ມູນສ່ວນບຸກຄົນຂອງ ທ່ານ. ເຖິງຢ່າງໃດກໍຕາມ ເຮົາເຮັດສິ່ງນີ້ ບໍ່ໄດ້ສະເໝີໄປ ເນື່ອງຈາກຂໍ້ກຳນົດທາງກົດໝາຍ ແລະ ພັນທະ ແລະ ປັດໃຈອຶ່ນໆ
ພວກເຮົາ ປະຕິບັດໜ້າທີ່ ໃນຮູບແບບການອຳນວຍຄວາມສະດວກໃຫ້ແກ່ ທ່ານ ແລະ ແກ້ຂໍ້ມູນທີ່ພວກເຮົາ ມີ ກ່ຽວກັບ ທ່ານ. ໃນເວລາດຽວກັນ, ຖ້າ ທ່ານ ຕ້ອງການສຳເນົາຂໍ້ມູນທີ່ ພວກເຮົາມີກ່ຽວກັບ ທ່ານ ຫຼື ຖ້າ ທ່ານ ປ່ຽນ ທີ່ຢູ່ ອີແມລ ຫຼື ຂໍ້ມູນອຶ່ນໆທີ່ພວກເຮົາມີ ຍັງບໍ່ທັນຊັດເຈນ ຫຼື ເປັນຂໍ້ມູນເກົ່າ ກະລຸນາ ຕິດຕໍ່ ສູນລູກຄ້າຂອງພວກເຮົາ, ຂຽນຫາ ພວກເຮົາ ຢູ່ ຫ້ອງການປະຈຳທ້ອງຖິ່ນ ທີ່ ພວກເຮົາ ຊີ້ໃຫ້ເບິ່ງໃນພາກຕົ້ນຂອງແຈ້ງການສະບັບນີ້ ຫຼື ສົ່ງ ອີແມລ ຫາເຈົ້າໜ້າທີ່ປົກປ້ອງຂໍ້ມູນ
ໃນເວລາ ທ່ານ ສະໜອງຂໍ້ມູນສ່ວນບຸກຄົນ ຂອງ ທ່ານ ໃຫ້ ພວກເຮົາ, ພວກເຮົາ ມີມາດຕະການເພື່ອຮັບປະກັນວ່າ ຂໍ້ມູນເຫຼົ່ານັ້ນຈະໄດ້ຮັບການປະຕິບັດຢ່າງປອດໄພ. ຂໍ້ມູນລະອຽດອ່ອນ (ເຊັ່ນ ບັດ ເກຣດິດ ຫຼື ບັດ ເດບິດ) ຈະໃຊ້ກົດລັບ ແລະ ໄດ້ຮັບການປົກປ້ອງ. ໃນເວລາ ທ່ານ ເຂົ້າ ເວັບໄຊ໌ ຂອງ ພວກເຮົາ ຈະມີ ໄອກອນ icon ລ໋ອກ ປະກົດຂຶ້ນ ຢູ່ໃນຊ່ອງທີ່ຢູ່ຂອງ ບຮາວເຊີ Browser ທຸກອັນ.
ຂໍ້ມູນ ທີ່ບໍ່ລະອຽດອ່ອນ (ທີ່ຢູ່ ອິແມລ ແລະ ອຶ່ນໆ) ຈະຖືກສົ່ງຜ່ານ ທາງ ອິນເຕິແນັດ ຕາມສາຍປົກກະຕິ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດຮັບປະກັນຄວາມປອດໄພໄດ້ 100%. ຜົນກໍຄື ໃນເວລາທີ່ ພວກເຮົາ ໃຊ້ຄວາມພະຍາຍາມໃນການປົກປ້ອງຂໍ້ມູນສ່ວນບຸກຄົນຂອງ ທ່ານ ພວກເຮົາ ບໍ່ສາມາດຄໍ້າປະກັນຄວາມປອດໄພຂອງຂໍ້ມູນ ທີ່ ທ່ານ ສົ່ງໃຫ້ ພວກເຮົາ ເພາະມີຄວາມສ່ຽງ, ພາຍຫຼັງໄດ້ຮັບຂໍ້ມູນຂອງ ທ່ານ ພວກເຮົາ ໃຊ້ຄວາມພະຍາຍາມທຸກຢ່າງ ເພື່ອຮັບປະກັນຄວາມປອດໄພ ໃນລະບົບຂອງ ພວກເຮົາ, ໃນເວລາ ທີ່ ທ່ານ ຕັ້ງບັນຊີ, ລະຫັດຜ່ານ ທີ່ ທ່ານ ເລືອກ ຕົວຢ່າງ ເວລາ ທ່ານ ຂໍນັດ ໝາຍວັນເວລາ ຢູ່ສູນຂໍວິຊາ VFS Global, ທ່ານ ຕ້ອງຮັບຜິດຊອບເກັບຮັກສາ ລະຫັດຜ່ານນີ້ ໃຫ້ເປັນຄວາມລັບ. ພວກເຮົາ ຂໍໃຫ້ ທ່ານ ຈົ່ງຢ່າແຈ້ງ ລະຫັດຜ່ານນີ້ ໃຫ້ຄົນອຶ່ນ.
ການກຳນົດປະຫວັດ ຫຼື ໂປຣໄຟລິງ profiling ແມ່ນ ການພິຈາລະນາ ຂໍ້ມູນ ຜ່ານລະບົບຄອມພີວເຕີ ເພື່ອວິເຄາະ ແລະ ຄາດຄະເນພຶດຕິກຳ. ພວກເຮົາ ບໍ່ໄດ້ເຮັດ
ຄ້າຍຄືກັນ ເວບໄຊ໌ ອຶ່ນໆ ສູນ ຂໍວິຊາ VFS Global ກໍ່ໃຊ້ ຄຸກກີ້. ຄຸກກີ້ ເປັນຂໍ້ມູນນ້ອຍໆ ທີ່ສົ່ງຈາກ ອົງການຈັດຕັ້ງ ເຂົ້າເຄື່ອງຄອມພີວເຕີ ແລະ ເກັບຮັກສາໄວ້ ໃນ hard drive ເພື່ອໃຫ້ ເວັບໄຊ໌ ບັນທຶກຂໍ້ມູນຂອງ ທ່ານ ເວລາ ທ່ານ ເຂົ້າມາເບິ່ງ ເວັບໄຊ໌. ເວັບໄຊ໌ ຈະເກັບກຳຂໍ້ມູນທາງສິຖິຕິ ກ່ຽວກັບ ວິທີ ແລະ ຮູບແບບການຊອກຂໍ້ມູນ ແຕ່ບໍ່ໄດ້ກຳນົດເປັນບຸກຄົນ. ຕົວຢ່າງ ພວກເຮົາ ໃຊ້ ຄຸກກີ້ ເພື່ອເກັບຮັກສາຂໍ້ມູນ ກ່ຽວກັບ ພາສາ ທີ່ ທ່ານ ມັກໃຊ້. ມັນຈະຊວ່ຍພວກເຮົາ ໃນການປັບປຸງເວັບໄຊ໌ ແລະ ສະໜອງການບໍລິການທີ່ດີທີ່ສຸດ ຕາມຕົວບຸກຄົນ.
ເຮົາ ສາມາດ ປິດ ຄຸກີ້ ໄດ້ ໂດຍການຕັ້ງຄ່າໃນຄວາມມັກຂອງ ບຣາວເຊີ Browser. ເພື່ອ ຂໍຂໍ້ມູນເພີ້ມເຕີມ ກ່ຽວກັບວິທີປິດ ຄຸກກີ້ ໃນເຄື່ອງຄອມພີວເຕີຂອງ ທ່ານ, ໃຫ້ ທ່ານ ອ່ານ ຂໍ້ມູນກ່ຽວກັບ ຄຸກກີ້ ຢ່າງລະອຽດ. ການປິດ ຄຸກກີ້ ອາດສົ່ງຜົນເຮັດໃຫ້ບໍ່ສາມາດນຳໃຊ້ ເວັບໄຊ໌ ໄດ້ຢ່າງເຕັມສ່ວນ.
ເວັບໄຊ໌ ຂອງ ພວກເຮົາ ອາດ link ກັບ ເວັບໄຊ໌ ຂອງ ອົງການອຶ່ນ. ຄຳຖະແຫຼງກ່ຽວກັບ ຄວາມເປັນສ່ວນຕົວ ກໍ່ປະຕິບັດກັບ ເວັບໄຊ໌ ຂອງ ພວກເຮົາ. ດັ່ງນັ້ນ, ພວກເຮົາຈຶ່ງຊຸກຍູ້ໃຫ້ ທ່ານ ອ່ານ ເນື້ອໃນຂອງຄຳຖະແຫຼງນີ້ ຢ່າງລະອຽດ ເຊິ່ງ ພວກເຮົາ ໄດ້ຕີພິມລົງໃນ ເວັບໄຊ໌. ພວກເຮົາ ຈະບໍ່ມີສ່ວນຮັບຜິດຊອບ ຕໍ່ນະໂຍບາຍ ແລະ ວິທີປະຕິບັດບັນຫາຄວາມເປັນສ່ວນຕົວຂອງ ເວັບໄຊ໌ ອຶ່ນ ເຖິງແມ່ນວ່າ ທ່ານ ຈະເຂົ້າໄປເບິ່ງ ເວັບໄຊ໌ ດັ່ງກ່າວ ຜ່ານ ເວັບໄຊ໌ ຂອງພວກເຮົາ ກໍຕາມ.
ນອກນັ້ນ, ຖ້າ ທ່ານ link ເວັບໄຊ໌ ຂອງພວກເຮົາ ກັບ ເວັບໄຊ໌ ອຶ່ນ ທີ່ເປັນພາກສ່ວນທີ່ ສາມ ພວກເຮົາ ຈະບໍ່ມີສ່ວນຮັບຜິດຊອບຕໍ່ນະໂຍບາຍ ແລະ ວິທີປະຕິບັດບັນຫາຄວາມເປັນສ່ວນຕົວຂອງ ເຈົ້າຂອງ ແລະ ຜູ້ປະກອບການຂອງ ເວັບໄຊ໌ ຂອງ ພາກສ່ວນທີ່ ສາມ ແລະ ຂໍແນະນຳໃຫ້ ທ່ານ ອ່ານ ຄຳຖະແຫຼງກ່ຽວກັບບັນຫານີ້ ຢູ່ ເວັບໄຊ໌ ຂອງພາກສວ່ນທີ່ ສາມ
ການບໍລິການຂອງພວກເຮົາບາງອັນ ອາດລວມມີບາງອົງປະກອບຂອງ social network ເຊັ່ນ ປຸມທີ່ຄ້າຍຄື ປຸມ “ມັກ” ໃນ ເຟັສບຸກ, ປຸມ “ແລກປ່ຽນ” ແລະ ໂປແກມນ້ອຍອຶ່ນໆ ການບໍລິການດັ່ງກ່າວ ອາດເກັບກຳບາງຂໍ້ມູນ ເຊັ່ນ ໜ້າ ເວັບ ທີ່ ທ່ານ ເຂົ້າໄປເບິ່ງ ແລະ ທີ່ຢູ່ IP ແລະ ອາດຕັ້ງຄ່າ ຄຸກກີ້ ເພື່ອໃຫ້ໃຊ້ງານໄດ້ຢ່າງຖືກຕ້ອງ. ພວກເຮົາ ບໍ່ມີສ່ວນຮັບຜິດຊອບຕໍ່ຄວາມປອດໄພ ຫຼື ນະໂຍບາຍ ກ່ຽວກັບ ຂໍ້ມູນ ທີ່ພາກສ່ວນທີ່ ສາມ ເກັບກຳ. ທ່ານ ຄວນ ອ່ານຄຳຖະແຫຼງກ່ຽວກັບບັນຫາຄວາມເປັນສ່ວນຕົວ ຫຼື ນະໂຍບາຍ ຕໍ່ ພາກສ່ວນທີ່ ສາມ ທີ່ ທ່ານ ເຂົ້າໄປເບິ່ງຂໍ້ມູນ, ນຳໃຊ້, ຫຼື ເຂົ້າເຖິງ. ຖ້າ ທ່ານ ບໍ່ຕ້ອງການ ແບ່ງປັນຂໍ້ມູນ ຂອງ ທ່ານ ນຳຜູ້ສະໜອງບໍລິການພາກສ່ວນທີ່ ສາມ ຫຼື ຜູ້ສົມໃຊ້ການບໍລິການ social network ທ່ານ ຈົ່ງຢ່າໄດ້ link ບັນຊີ social network ກັບ ບັນຊີຂອງທ່ານ ແລະ ບໍ່ໃຫ້ເຂົ້າຮ່ວມໃນການແບ່ງປັນຂໍ້ມູນ ໃນ social network
ພວກເຮົາ ເຂົ້າໃຈວ່າ ທ່ານ ອາດມີຄຳຖາມ ກ່ຽວກັບ ຄຳຖະແຫຼງນີ້ ຫຼື ວິທີປະຕິບັດບັນຫາຄວາມເປັນສ່ວນຕົວ. ຂໍໃຫ້ ທ່ານ ຕິດຕໍ່ພວກເຮົາ ດ້ວຍວິທີການດັ່ງນີ້ :
ເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງສູນ
ອີແມລ: dpo@vfsglobal.com
ທີ່ຢູ່ : ສົ່ງເຖິງເຈົ້າໜ້າທີ່ປົກປ້ອງຂໍ້ມູນ
VF Worldwide Holdings Ltd,
Unit 3205, 32nd Floor,
Jumeirah Business Centre,
1 Tower, Cluster G,
Jumeirah Lakes Towers,
P.O. Box 114100,
Dubai, UAE.