ປະເພດ ວິຊາ
ວິຊາແຊັງແກນ Shenghen
ບຸກຄົນ ທີ່ບໍ່ແມ່ນພົນລະເມືອງຂອງປະເທດຂອງ ສະຫະພາບ ຢູໂລບ ເວລາເດີນທາງເຂົ້າໄປເຂດແຊັງແກນ ເຊິ່ງແມ່ນກຸ່ມບັນດາປະເທດໃນສະຫະພາບ ຢູໂລບ ທີ່ອະນຸຍາດໃຫ້ບຸກຄົນເດີນທາງເຂົ້າໄປໃນເຂດແຊັງແກນ ໂດຍບໍ່ມີການກວດວິຊາຕາມຊາຍແດນ ພາຍໃນເຂດແຊັງແກນ ຕ້ອງມີວິຊາເຂົ້າເຂດແຊັງແກນ
ໃນປະຈຸບັນ ບັນດາປະເທດໃນເຂດ ແຊັງແກນ ມີ : ປະເທດ ອົດສເຕັຣຽ, ແບັນຊິກ, ສາທາລະນະລັດ ເຊັກ, ແອັດສະໂຕເນັຽ, ເດນມາກ, ຝລັ່ງເສດ, ເຢັຽລະມັນ, ເກຣກ, ຮົງກາລີ, ໄອສແລນ, ອີຕາລີລັດເວັຽ, ລິດສະແຕນສະໄຕ, ລີຕົວເນັຽ, ລວກຊຳບວກ, ໂຮງລັງ, ນອກແວ, ໂປໂລຍ, ປອກຕູຍການ, ສະໂລວາເກັຽ, ແອັດສະປາຍ, ສະວິເດັນ ແລະ ສະວິດສະແລນ.
ວິຊາແຊັງແກນ ເປັນວິຊາໄລຍະສັ້ນ ໝາຍວ່າ ເປັນວິຊາ 90 ວັນ ທີ່ອະນຸຍາດໃຫ້ຜູ້ຖືວິຊາ ເດີນທາງໄປມາ ໃນເຂດ ແຊັງແກນ.
ຕ້ອງໄດ້ຂໍວິຊາແຊັງແກນ ຈາກ ສະຖານທູດ ຂອງປະເທດເຂດ ແຊັງແກນ ທີ່ເປັນຈຸດໝາຍປາຍທາງຫຼັກຂອງການເດີນທາງ (ໝາຍວ່າ ປະເທດ ທີ່ຜູ້ຖືວິຊາ ຈະໄປພັກເຊົ່າດົນກວ່າໝູ່) ໃນເວລາເດີນທາງເຂົ້າມາເຂດແຊັງແກນ ນຶ່ງຄັ້ງ.
ການເຂົ້າ-ອອກ ເຂດ ແຊັງແກນ ນຶ່ງຄັ້ງ ໝາຍເຖິງ ການທີ່ຜູ້ຂໍວິຊາ ເຂົ້າມາໃນເຂດ ແຊງແກນ ຢູ່ພັກເຊົ່າ ໄລຍະນຶ່ງ ແລ້ວ ເດີນທາງອອກຈາກ ເຂດ ແຊັງແກນ.
ຖ້າ ມີການຢູ່ພັກເຊົ່າຢູ່ຫຼາຍປະເທດ ໃນຈຳນວນຄືນ ທີ່ເທົ່າກັນ ຕ້ອງໃຫ້ຜູ້ຂໍວິຊາ ຂໍວິຊານຳສະຖານທູດ ຂອງປະເທດ ທີ່ຜູ້ຂໍວິຊາ ຈະເດີນທາງເຂົ້າມາໃນເຂດແຊັງແກນ ເປັນປະເທດ ທຳອິດ.
ສຳລັບເອກະສານປະກອບ ກ່ຽວກັບວິທີເດິນທາງ ແລະ ທີ່ພັກ ຕ້ອງກວມເອົາໄລຍະເວລາທັງໝົດ ທີ່ຜູ້ຖືວິຊາຈະພັກເຊົ່າຢູ່ໃນເຂດ ແຊັງແກນ ໝາຍວ່າ ໃຫ້ພິມເອກະສານກ່ຽວກັບການຈ່ອງປີ້ຍົນ ຫຼື ຫຼັກຖານອຶ່ນໆກ່ຽວກັບວິທີການເດີນທາງ ບໍ່ພຽງແຕ່ສຳລັບການເດິນທາງເຂົ້າ ແລະ ອອກ ໃນເຂດແຊັງແກນ ເທົ່ານັ້ນ ແຕ່ຍັງຕ້ອງລວມເອົາການເດີນທາງລະຫວ່າງ ແຕ່ລະປະເທດພາຍໃນເຂດ ແຊັງແກນ ຖ້າຜູ້ຖືວິຊາ ມີຈຸດປະສົງຢ້ຽມຢາມ ຫຼາຍກວ່າ ນຶ່ງ ປະເທດ ຂອງເຂດແຊັງແກນ.
ການປະກອບເອກະສານຂໍວິຊາເຂົ້າເຂດແຊັງແກນ ຕ້ອງປະກອບເອກະສານຕາມປະເພດວິຊາ ແລະ ຕ້ອງສົ່ງເອກະສານຂໍວິຊາ ພາຍໃນ ເກົ້າສິບ (90) ວັນກ່ອນວັນເດີນທາງ.
ການທີ່ ສູນ VFS Global ຮັບເອົາເອກະສານຂໍວິຊາ ແລະ ເອກະສານປະກອບອຶ່ນໆ ບໍ່ແມ່ນຮັບປະກັນວ່າຜູ້ຂໍວິຊາຈະໄດ້ວິຊາ.
ການອອກວິຊາແຊັງແກນ, ໄລຍະເວລາ ທີ່ວິຊາໃຊ້ໄດ້, ຈຳນວນຄັ້ງສຳລັບເຂົ້າ-ອອກ ແລະ ຈຳນວນມື້ເດິນທາງແມ່ນ ສະຖານທູດ ເປັນຜູ້ຕັດສິນ.
ຖ້າຫາກວ່າ ສະຖານທູດ ຕີກັບເອກະສານຂໍວິຊາຍ້ອນເອກະສານບໍ່ຄົບຖ້ວນ, ຂໍ້ມູນບໍ່ຖືກຕ້ອງ, ຖ້າ ການພິຈາລະນາໃບຄຳຮ້ອງຂໍວິຊາ ຊັກຊ້າ ຕ້ອງແມ່ນຄວາມຮັບຜິດຊອບຂອງຜູ້ຂໍວິຊາ
ໃນເວລາເດິນທາງມາຮອດເຂດ ແຊັງແກນ. ຜູ້ຖືວິຊາເຂົ້າເຂດແຊັງແກນ ຕ້ອງຜ່ານການກວດຈາກ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະ ບໍ່ໝາຍວ່າ ຈະຮັບປະກັນວ່າສາມາດເຂົ້າເຂດ ແຊັງແກນໄດ້ ເຖິງແມ່ນວ່າ ຈະມີວິຊາ ເຂົ້າປະເທດໃນເຂດ ແຊັງແກນ ທີ່ຖືກຕ້ອງກໍຕາມ
ຂ້າງລຸ່ມ ຄື ປະເພດ ວິຊາ ເຂົ້າເຂດແຊັງແກນ ໄລຍະສັ້ນ (ວິຊາ ແຊັງແກນ)
ວິຊາໄລຍະຍາວ
ສຳລັບວິຊາເຂົ້າປະເທດ ເຢັຽລະມັນ ໄລຍະຍາວ ທ່ານ ຕ້ອງຍື່ນໃບຄຳຮ້ອງຂໍວິຊາ ຢູ່ສະຖານທູດ ເຢັຽລະມັນປະຈຳນະຄອນຫຼວງວຽງຈັນ ໃນວັນນັດໝາຍ ທີ່ ທ່ານ ໄດ້ຂໍນັດ ຜ່ານລະບົບການນັດໝາຍວັນເວລາ ທາງ ອອນໄລ໌ ຂອງສະຖານທູດ
ກະລຸນາ ກົດປຸມນີ້ ເພື່ອເຂົ້າເຖິງໜ້າເວັບໄຊ໌ ຂອງ ສະຖານທູດ ແລະ ລະບົບການນັດໝາຍວັນເວລາ
ປະເພດວິຊາໄລຍະຍາວມີຄືດັ່ງນີ້