ກົດລະບຽບຕໍ່ຄວາມປອດໄພ
ແຈ້ງການກ່ຽວກັບຄວາມປອດໄພ ໃຫ້ແກ່ຜູ້ມາຂໍວິຊາ ຢູ່ສູນຂໍວິຊາຂອງ ປະເທດ ເຢັຽລະມັນ
ຍ້ອນເຫດຜົນດ້ານຄວາມປອດໄພ ບັນດາວັດຖຸດັ່ງຕໍ່ໄປນີ້ ຈະບໍ່ອະນຸຍາດ ໃຫ້ນຳເຂົ້າ ຫຼື ເກັບມ້ຽນໄວ້ຢູ່ໃນສູນ
- ຖ່ານໄຟສາຍ ທີ່ຍັງໃຊ້ງານໄດ້ ຫຼື ເຄື່ອງໄຟຟ້າເຊັ່ນ ໂທລະສັບມືຖື, ກ້ອງຖ່າຍຮູບ, ເຄື່ອງອ່ານ MP3, ຄອມພີວເຕີແລບທ໋ອບ, ຫຼື ເຄື່ອງຫຼິ້ນເພງ ແບບພົກພາ
- ບໍ່ອະນຸຍາດໃຫ້ ນຳເອົາກະເປົາຂະໜາດໃຫຍ່ ແລະ ຫີບຂະໜາດໃຫຍ່ເຂົ້າມາສູນ. ອະນຸຍາດ ພຽງແຕ່ກະເປົາເອກະສານຂະໜາດນ້ອຍ ແລະ ກະເປົາແມ່ຍິງ. ກະເປົາປະເພດອຶ່ນໆ ເຊັ່ນ ກະເປົາເດີນທາງ, ກະເປົ້າເປ້, ກະເປົາມ້ຽນເອກະສານ, ຫີບ, ກະເປົາໜັງ ຈະບໍ່ອະນຸຍາດ ນຳເຂົ້າມາໃນສູນ.
- ຊ່ອງໜັງສື ຫຼື ຫີບຫໍ່ທີ່ປິດ
- ວັດຖຸໄວໄຟ ເຊັ່ນ ໄມ້ຂີດໄຟ, ໄຟແຊັກ, ນໍ້າມັນ
- ວັດຖຸແຫລມຄົມ ເຊັ່ນ ມີດຕັດ, ມີດແຫຼມ ແລະ ຕະປູ
- ອະວຸດ ຫຼື ວັດຖຸລະເບີດ ທຸກປະເພດ
ບັນຊີບໍ່ຈຳກັດແຕ່ເທົ່ານີ້. ວັດຖຸອຶ່ນໆອາດຖືກຕ້ອງຫ້າມຕາມການພີຈາລະນາຂອງ ເຈົ້າໜ້າທີ່ຮັກສາຄວາມປອດໄພ
ຂໍແຈ້ງ ໃຫ້ ທ່ານ ຊາບວ່າ ສະຖານທີ່ຂອງສູນຂໍວິຊາ ປະຕິບັດນະໂຍບາຍ ບໍ່ນຳໃຊ້ໂທລະສັບມືຖື. ຜູ້ທີ່ ມາຂໍວິຊາ ທຸກໆ ທ່ານ ຕ້ອງໄດ້ມອດໂທລະສັບມືຖື ແລະ ອຸປະກອນໄຟຟ້າອຶ່ນໆ ກ່ອນເຂົ້າມາໃນສູນ. ດ້ວຍເຫດຜົນດ້ານຄວາມປອດໄພ, ທາງສູນບໍ່ອະນຸຍາດ ໃຫ້ບຸກຄົນອຶ່ນໆເຊັ່ນ ໝູ່, ພິ່ນ້ອງ ຫຼຶ ຫຸ້ນສ່ວນທຸລະກິດທີ່ຕິດຕາມຜູ້ມາຂໍວິຊາ ເຂົ້າມາໃນສູນ. ສູນຈະອະນຸຍາດ ໃຫ້ຜູ້ທີ່ມີບັນຫາກ່ຽວກັບການຟັງ, ການມອງເຫັນ, ມີຄວາມພິການ ແລະ ບໍ່ສາມາດສື່ສານໃນພາສາ ທີ່ໃຊ້ຢູ່ໃນສູນຂໍວິຊາ ມີຜູ້ຕິດຕາມ ມານຳ.
ໝາຍເຫດ: ສູນບໍ່ມີສະຖານທີ່ສຳລັບເກັບມ້ຽນວັດຖຸຕ້ອງຫ້າມ. ຜູ້ມາຂໍວິຊາ ຕ້ອງຊອກວິທີເກັບມ້ຽນວັດຖຸຕ້ອງຫ້າມດັ່ງກ່າວ ກ່ອນເດີນທາງເຂົ້າມາໃນສູນ.