ເວລາທີ່ ສູນ VFS Global ຂໍວິຊາ ໃຫ້ ທ່ານ, ສູນ VFS Global ອາດຈະສະໜອງການບໍລິການດັ່ງລຸ່ມນີ້. ການບໍລິການດັ່ງກ່າວ ໄດ້ຮັບອະນຸຍາດ ຈາກລັດຖະບານຂອງ ປະເທດ ທີ່ ທ່ານ ຂໍວິຊາ. ການບໍລິການເຫຼົ່ານີ້ ອາດບໍ່ສາມາດເຮັດໄດ້ຢູ່ທຸກໆປະເທດ
ການບໍລິການສົ່ງຂໍ້ຄວາມສັ້ນ ຫຼື SMS ແມ່ນ ເພື່ອລາຍງານ ໃຫ້ຜູ້ຂໍວິຊາ ຊາບກ່ຽວກັບ ຄວາມຄືບໜ້າຂອງການພິຈາລະນາອອກວິຊາຂອງເຂົາເຈົ້າ. ການບໍລິການ SMS ນີ້ ແມ່ນອີງໃສ່ຂໍ້ມູນຈາກ ສະຖານທູດ ເຢັຽລະມັນ ປະຈຳນະຄອນຫຼວງວຽງຈັນ (ເອີ້ນວ່າ “ສະຖານທູດ”)
ໄລຍະເວລາການສົ່ງຂໍ້ຄວາມສັ້ນ ຂຶ້ນກັບຫຼາຍປັດໃຈ ເຊັ່ນ ການນຳໃຊ້ເຄືອຄ່າຍໂທລະສັບມືຖື ວ່າ ໂທລະສັບມືຖືຂອງ ຜູ້ຂໍວິຊາຢູ່ໃນລັດສະໝີ ຮັບສັນຍານໄດ້ ຫຼື ບໍ່ ແລະ ເປີດໂທລະສັບ ຫຼື ບໍ່ ເຊິ່ງເປັນສິ່ງທີ່ ສູນ VFS Global ບໍ່ສາມາດຮັບປະກັນໄດ້. ສູນ VFS Global ບໍ່ແມ່ນຜູ້ປະກອບການເຄືອຄ່າຍໂທລະສັບມືຖື ແລະ ບໍ່ສາມາດຄໍ້າປະກັນ ການນຳສົ່ງຂໍ້ຄວາມສັ້ນໄດ້
ຜູ້ຂໍວິຊາ ຢືນຢັນວ່າ ໄດ້ແຈ້ງເບີໂທລະສັບມືຖື ທີ່ຊັດເຈນ ສຳລັບຮັບເອົາຂໍ້ຄວາມສັ້ນ. ຜູ້ຂໍວິຊາ ຢືນຢັນ ວ່າ ຕົນເປັນເຈົ້າຂອງ ຫຼື ເປັນຜູ້ນຳໃຊ້ ໂທລະສັບມືຖືນັ້ນ. ຜູ້ຂໍວິຊາ ຮັບຮູ້ວ່າ ການນຳໃຊ້ ໂທລະສັບຂອງຄົນອຶ່ນ ຫຼຶ ສະໜອງເບີໂທລະສັບທີ່ບໍ່ຊັດເຈນ ຫຼື ນຳໃຊ້ເບີໂທລະສັບມືຖື ໂດຍບໍ່ໄດ້ຮັບອະນຸຍາດ ເພື່ອຮັບຂໍ້ຄວາມສັ້ນ ອາດເປັນການເປີດເຜີຍຂໍ້ມູນລັບຂອງ ຜູ້ຂໍວິຊາ ເຊິ່ງການເປີດເຜີຍຂໍ້ມູນດັ່ງກ່າວ ຕົກເປັນຄວາມສ່ຽງຂອງຜູ້ຂໍວິຊາເອງ
ຜູ້ຂໍວິຊາ ສາມາດໃຊ້ການບໍລິການສົ່ງຂໍ້ຄວາມສັ້ນ ຫຼັງຈາກຈ່າຍຄ່າບໍລິການແລ້ວ ນັບແຕ່ເລີ້ມນຳໃຊ້ ຈົນສຳເລັດການນຳໃຊ້ ຫຼື ພາຍໃນກຳນົດເວລາ ທີ່ ທາງ ສູນ VFS Global ແຈ້ງໃຫ້ ຊາບ ຜ່ານ ເວັບໄຊ໌ https://www.vfsglobal.com/Germany/Laos/Lao/. ສູນ VFS Global ສະຫງວນສິດໃນການຍົກເລີກການບໍລິການນີ້ ທຸກເວລາ ໂດຍບໍ່ມີການແຈ້ງ.
ຜູ້ຂໍວິຊາ ຕ້ອງບໍ່ໃຊ້ (ຫຼື ບໍ່ອະນຸຍາດໃຫ້ພາກສ່ວນທີ່ ສາມ ນຳໃຊ້) ການບໍລິການ ສົ່ງຂໍ້ຄວາມສັ້ນ ເພື່ອສົ່ງຂໍ້ຄວາມ ຫຼື ສື່ສານຂໍ້ຄວາມທີ່ບໍ່ມີປະໂຫຍດ (ເປັນຂີ້ເຫຍື້ອ ຫຼື spam), ທີ່ຜິດກົດໝາຍ, ມີລັກສະນະຂົ່ມຂູ່, ໝິ່ນປະໝາດ, ຫຼື ລົບກວນ, ສ້າງຄວາມຫຍຸ້ງຍາກ ຫລື ຄວາມກັງວົນໂດຍບໍ່ຈຳເປັນ ຫຼື ກີດກັ້ນສິດທິຂອງພາກສ່ວນທີ່ ສາມ. ສູນ VFS Global ສະຫງວນສິດ ໃນການຍົກເລີກການບໍລິການນີ້ ໃຫ້ແກ່ຜູ້ຂໍວິຊາ ຖ້າ ຜູ້ຂໍວິຊາ ລະເມີດຂໍ້ກຳນົດ ແລະ ເງື່ອນໄຂນີ້. ສູນ VFS Global ອາດຍົກເລີກການບໍລິການສົ່ງຂໍ້ຄວາມສັ້ນ ຖ້າ ສູນ VFS Global ຕີລາຄາວ່າ ມີການນຳໃຊ້ ການບໍລິການສົ່ງຂໍ້ຄວາມສັ້ນ ເພື່ອຈຸດປະສົງເຫຼົ່ານີ້.
ດ້ວຍເຫດຜົນທາງດ້ານເຕັກນິກ, ສູນ VFS Global ອາດກຳນົດເງື່ອນໄຂທາງດ້ານເຕັກນິກ ຂອງການນຳໃຊ້ການບໍລິການສົ່ງຂໍ້ຄວາມສັ້ນ ທີ່ແຕກຕ່າງກັນໄປ ໂດຍບໍ່ແຈ້ງໃຫ້ຊາບ. ໃນກໍລະນີມີການປ່ຽນແປງ ການບໍລິການສົ່ງຂໍ້ຄວາມສັ້ນນີ້ ຂໍ້ກຳນົດ ແລະ ເງື່ອນໄຂ ກໍ່ຕ້ອງແຕກຕ່າງເຊັນກັນ.
ຜູ້ຂໍວິຊາ ຮັບຮູ້ວ່າ ການບໍລິການສົ່ງຂໍ້ຄວາມສັ້ນ ອາດໄດ້ຮັບຜົນກະທົບຈາກບັນຫາທີ່ກ່ຽວຂ້ອງກັບ ເຄືອຄ່າຍໂທລະສັບມືຖືຂອງ ຜູ້ຂໍວິຊາ ທຸກເວລາ, ເຫດສຸດວິໄສ ລວມທັງ ແຕ່ບໍ່ຈຳກັດ ຄື້ນລົບກວນເຄືອຄ່າຍ. ສູນ VFS Global ບໍ່ມີສ່ວນຮັບຜິດຊອບຕໍ່ການສູນເສັຽ, ຄວາມເສັຽຫາຍ ຫຼື ຄ່າໃຊ້ຈ່າຍທີ່ເກີດຂຶ້ນໂດຍກົງ ຫຼື ທາງອ້ອມ ຈາກຜູ້ຂໍວິຊາ ທີ່ເປັນຜົນຂອງການນຳໃຊ້ເຄືອຄ່າຍໂທລະສັບມືຖືທີ່ ຫຍຸ້ງຍາກ.
ບົນພື້ນຖານຄວາມຫຍຸ້ງຍາກ ທີ່ລະບຸໄວ້ຂ້າງເທິງ, ສູນ VFS Global ຕ້ອງສະໜອງການບໍລິການ ດ້ວຍຄວາມລະມັດລະວັງ ແລະ ມີທັກສະ
ຖ້າ ຜູ້ຂໍວິຊາ ບໍ່ໄດ້ຮັບການບໍລິການສົ່ງຂໍ້ຄວາມສັ້ນ, ຜູ້ຂໍວິຊາ ຕ້ອງແຈ້ງໃຫ້ ສູນ VFS Global ຊາບ ຜ່ານ ອີແມລ ຫຼື ສາຍດ່ວນ ທີ່ລະບຸໄວ້ໃນໜ້າ “ຕິດຕໍ່ພວກເຮົາ”
ເພື່ອໃຊ້ບໍລິການດັ່ງກ່າວ ຜູ້ຂໍວິຊາ ຕ້ອງປະຕິບັດຕາມຂໍ້ແນະນຳ ຢູ່ເວັບໄຊ໌ ຂອງປະເທດ ເຢັຽລະມັນ. ຜູ້ຂໍວິຊາ ເຫັນດີປະຕິບັດຕາມຂໍ້ແນະນຳທີ່ ພວກເຮົາ ສະໜອງໃຫ້ ກ່ຽວກັບການນຳໃຊ້ ການບໍລິການສົ່ງຂໍ້ຄວາມສັ້ນ ລວມທັງຂໍ້ແນະນຳກ່ຽວກັບຄວາມປອດໄພ. ພວກເຮົາ ມີສິດ ຕີລາຄາວ່າ ຖ້າຜູ້ຂໍວິຊາບໍ່ປະຕິບັດຕາມຂໍ້ແນະນຳນີ້ ຖືວ່າເປັນການລະເມີດບັນດາຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆເຫຼົ່ານີ້ ເຊິ່ງ ເຮັດໃຫ້ພວກເຮົາມິສີດ ປະຕິເສດ ບໍ່ໃຫ້ ຜູ້ຂໍວິຊາ ໃຊ້ບໍລິການດັ່ງກ່າວ.
ຜູ້ຂໍວິຊາ ເປັນຜູ້ຮັບຜິດຊອບການຊຳລະຄ່າບໍລິການສົ່ງຂໍ້ຄວາມສັ້ນ. ຄ່າບໍລິການນີ້ ຈະບໍ່ສາມາດສົ່ງຄືນໃຫ້ ບໍ່ວ່າຈະໃນກໍລະນີໃດກໍຕາມ.
ເພື່ອປ້ອງກັນຄວາມສ່ຽງ, ຜູ້ຂໍວິຊາ ມີໜ້າທີ່ຮັບຜິດຊອບ ໃນການດຳເນີນມາດຕະການເພືຶ່ອປ້ອງກັນບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ເຂົ້າເຖິງການບໍລິການນີ້.
ສູນ VFS Global ອາດຈະຕັດສິນເອງວ່າຈະລະງັບການບໍລິການສົ່ງຂໍ້ຄວາມສັ້ນຊົ່ວຄາວນີ້ ຫຼື ບໍ່ ຖ້າຫາກວ່າການສະໜອງການບໍລິການຫາກສົ່ງຜົນກະທົບຕໍ່ຄຸນນະພາບຂອງການບໍລິການທາງດ້ານໂທລະຄົມມະນາຄົມ ລວມທັງ ການໃຫ້ບໍລິການສົ່ງຂໍ້ຄວາມສັ້ນ ຂອງ ສູນ VFS Global
ສູນ VFS Global ປະຕິເສດຄວາມຮັບຜິດຊອບທຸກຢ່າງ (ລວມທັງຄວາມບໍ່ຮອບຄອບ) ຕໍ່ຂໍ້ມູນກ່ຽວກັບພາກສ່ວນທີ່ ສາມ ຫຼື ຂໍ້ມູນອຶ່ນໆ ທີ່ມີ ຫຼື ທີ່ສາມາດເຂົ້າເຖິງ ເວລາໃຊ້ບໍລິການສົ່ງຂໍ້ຄວາມສັ້ນ.
ບັນດາຂໍ້ກຳນົດ ແລະ ເງື່ອນໄຂເຫຼົ່ານີ້ ແມ່ນປະຕິບັດຕາມກົດໝາຍ ຂອງ ສປປ ລາວ ແລະ ຄູ່ສັນຍາທັງ ສອງ ຝ່າຍ ເຫັນດີ ໃຫ້ ສານ ຂອງ ສປປ ລາວ ເປັນຜູ້ມີສິດອຳນາດແຕ່ພຽງຜູ້ດຽວ.
ບາງສະຖານເອກອັກຄະລັດຖະທູດ ອາດຈະຂໍໃຫ້ ຜູ້ຂໍວິຊາເຂົ້າມາສຳພາດ. ຜູ້ຂໍວິຊາຕ້ອງແຈ້ງ ເລກທີ່ ໃບຄຳຮ້ອງຂໍວິຊາ ແລະ ບາງຂໍ້ມູນສ່ວນຕົວ ເຊັ່ນ ນາມສະກຸນ, ຊື່, ວັນເດືອນປີເກີດ, ເບີໂທລະສັບ, ເລກທີ່ຖະໜົນ, ທີ່ຢູ່ ອີແມລ, ວັນຍື່ນໃບຄຳຮ້ອງ ແລະ ໜັງສືຜ່ານແດນ ແລະ ອຶ່ນໆ ໂດຍມີຈຸດປະສົງໃນການຢັ້ງຢືນວ່າ ຜູ້ຂໍວິຊາ ເປັນບຸກຄົນຕົວຈິງ.
ຂໍ້ມູນເຫລົ່ານີ້ ທີ່ບັນທຶກ, ສະໜອງ ແລະ ສົ່ງໃຫ້ເວລາສຳພາດຜູ້ຂໍວິຊາ, ຈະຖືກສົ່ງໄປ ສະຖານ ເອກອັກຄະລັດຖະທູດ ທີ່ມີສິດອຳນາດ ໃນການຮັບເອົາໃບຄຳຮ້ອງຂໍວິຊາເຫລົ່ານັ້ນ.
ບາງຂໍ້ມູນ ທີ່ກ່ຽວຂ້ອງການການຂໍວິຊາ ທີ່ສູນ VFS Global ໄດ້ຮັບ ຖືກເກັບໄວ້ຢູ່ ສູນຂໍ້ມູນ ເຊິ່ງລາຍລະອຽດໄດ້ລະບຸໄວ້ ໃນໃບແຈ້ງການກ່ຽວກັບບັນຫາຄວາມເປັນສ່ວນຕົວ. ຂໍ້ມູນທີ່ ສູນ VFS Global ບັນທຶກໄວ້ ໃນລະບົບ ເພື່ອພິຈາລະນາການອອກວິຊາຈາກ ສະຫະພາບ ຢູໂລບ ຖືກເກັບໄວ້ ພາຍໃນພົມແດນຂອງ ສະຫະພາບ ຢູໂລບ. ຂໍ້ມູນຂອງ ຜູ້ຂໍວິຊາ ນອກເໜືອຈາກຂໍ້ມູນຈາກ ສະຫະພາບ ຢູໂລບ ຖືກເກັບໄວ້ໃນລະບົບຂອງສູນ VFS Global ພາຍໃນພົມແດນຂອງ ສະຫະພາບ ຢູໂລບ ຢູ່ສູນຂໍ້ມູນ ທີ່ ປະເທດ ອັງກິດ (ລອນດອນ) ຫຼື ຢູ່ສູນຂໍ້ມູນ ຢູ່ ປະເທດ ອິນເດັຽ (ມູມບາຍ)
ຂໍ້ມູນ ອາດຖືກນຳໃຊ້, ເປີດເຜີຍໂດຍ ສູນ VFS Global ເພື່ອປະຕິບັດພັນທະ ຕໍ່ສະຖານເອກອັກຄະລັດຖະທູດ ແລະ ຈະໃຊ້ເວລາ 30 ວັນ ນັບຈາກວັນທີ ທີ່ ສູນ VFS Global ໄດ້ຮັບເອກະສານ
ເວັບໄຊ໌ ຂອງ ສູນ VFS Global ມີ links ກັບ ເວັບໄຊ໌ ພາກສ່ວນທີ່ ສາມ ທີ່ສົ່ງເສີມຜະລິດຕະພັນ ແລະ ການບໍລິການ ທີ່ສູນ VFS Global ບໍ່ເປັນເຈົ້າຂອງ ຫຼື ດຳເນີນການ. links ກັບ ເວັບໄຊ໌ ອຶ່ນ ໂດຍທົ່ວໄປແລ້ວ ເປັນການໂຄສະນາ ແລະ ບໍ່ໄດ້ຜ່ານການກວດສອບຈາກ ສູນ VFS Global
ມີການສະໜອງ links ເຫຼົ່ານີ້ ເພື່ອສະດວກໃນການເຂົ້າເຖິງ ເວັບໄຊ໌. ການເຂົ້າເຖິງ links ດັ່ງກ່າວ ແມ່ນບົນພື້ນຖານຄວາມສະໝັກໃຈ ແລະ ບໍ່ມີສິ່ງໃດ ທີ່ບົງບອກວ່າ ສູນ VFS Global ຮັບຮອງເອົາ ຫຼຶ ຕິດພັນກັບ ເວັບໄຊ໌ ຂອງພາກສ່ວນທີ່ ສາມ. ມີການຂໍໃຫ້ ຜູ້ສົມໃຊ້ ນຳໃຊ້ links ດັ່ງກ່າວ ຕາມຄວາມຕ້ອງການຂອງຕົນ, ຄວາມສ່ຽງ ແລະ ຄ່າໃຊ້ຈ່າຍຂອງຕົນ ໃນເວລາທີ່ເຂົ້າໄປເບິ່ງ ເວັບໄຊ໌ ເຫຼົ່ານັ້ນ ແລະ ທາງ ສູນ VFS Global ພ້ອມທັງ ເຈົ້າໜ້າທີ່, ພະນັກງານ ຂອງສູນ ຈະບໍມີສ່ວນຮັບຜິດຊອບຕໍ່ກັບ ເວບໄຊ໌ ຂອງພາກສ່ວນ ທີ່ ສາມ ບໍ່ວ່າຈະຮູບການໃດ ພ້ອມທັງຂໍ້ມູນໃນເວັບໄຊ໌ເຫຼົ່ານັ້ນ.
ສູນ VFS Global ບໍ່ອະນຸຍາດໃຫ້ມີ spam
ເວັບໄຊ໌ ຫຼື ເຄື່ອງມືສື່ສານຂອງ ສູນ VFS Global ຈະບໍ່ຖືກນຳໃຊ້ ເພື່ອສົ່ງ spam ຫຼຶ ເນື້ອໃນແບບອຶ່ນ ອັນເປັນການລະເມີດຂໍ້ກຳນົດ ແລະ ເງື່ອນໄຂ ຂອງຂໍ້ຕົກລົງຂອງ ສູນ VFS Global
ສູນ VFS Global ຈະກັນຕອງ ແລະ ສະແກນ ທຸກຂໍ້ຄວາມເພື່ອຊອກຫາ ໄວຣັສ ແລະ ຂໍ້ມູນ ທີ່ມີເນື້ອໃນທີ່ຜິດກົດໝາຍ ຫລື ຖືກຫ້າມ ກ່ອນຈະສົ່ງອອກໄປ
ເພື່ອລາຍງານທຸກບັນຫາ ທີ່ກ່ຽວຂ້ອງກັບ spam ຫຼື ອີແມລ ທີ່ບໍ່ມີປະໂຫຍດ ໃຫ້ ສູນ VFS Global ກະລຸນາສົ່ງ ອິແມລ ໄປ communications@vfsglobal.com
ສູນ VFS Global ຈະບໍ່ເກັບຮັກສາຂໍ້ຄວາມທາງ ອິແມລ ຢ່າງຖາວອນ ທີ່ຜູ້ອຶ່ນ ສົ່ງມາ ຫຼື ພວກເຮົາ ສົ່ງໄປ. ສູນ VFS Global ບໍ່ໄດ້ເຊົ່າ ຫຼື ຂາຍ ທີ່ຢູ່ ອີແມລ ໃຫ້ພາກສ່ວນທີ່ ສາມ
ຫ້າມບໍ່ໃຫ້ອອກໃບອະນຸຍາດ, ເພີ້ມ, ດັດແປງ, ປ່ຽນແປງ, ໂຈລະກຳ, ນຳໃຊ້ຢ່າງບໍ່ຖືກຕ້ອງ ຫຼຶ ສວຍໃຊ້ ເວັບໄຊ໌ ຂອງ ສູນ VFS Global ຫຼື ເນື້ອໃນຂອງເວັບໄຊ໌
ສູນ VFS Global ສັງເກດເຫັນວ່າ ມີບຸກຄົນ ທີ່ແອບອ້າງຕົນວ່າ ເປັນຕົວແທນຂອງ ສູນ VFS Global ໄດ້ຕິດຕໍ່ປະຊາຊົນ ເພື່ອສະເໜີວຽກທີ່ເປັນການຫຼອກລວງ ຫຼື ເປັນໜ້າສົງໄສ ໂດຍມີຈຸດປະສົງ
ເພື່ອລັກເອົາຂໍ້ມູນສ່ວນຕົວ ຫຼື ຮີດເງິນຈາກ ປະຊາຊົນ. ສູນ VFS Global ຊຸກຍູ້ ໃຫ້ຜູ້ຂໍວິຊາ/ຜູ້ສົມໃຊ້ ໃຊ້ຄວາມລະມັດລະວັງ ແລະ ໄຫວພິບ ໃນເວລາໄດ້ຮັບຂໍ້ສະເໜີເຮັດວຽກລັກສະນະນີ້ ທີ່ຂໍໃຫ້ຈ່າຍຄ່າບໍລິການ/ເງິນ ຫຼື ໃຫ້ຄຳໝັ້ນສັນຍາ ວ່າຈະໄດ້ວິຊາເຮັດວຽກ ແລກກັບເງິນ. ຂໍ້ສະເໜີດັ່ງກ່າວ ລ້ວນແລ້ວແຕ່ເປັນການຫຼອກລວງ ແລະ ບໍ່ມີມູນຄວາມຈິງ. ສູນ VFS Global ບໍ່ແມ່ນສູນຈັດຫາງານ ແລະ ບໍ່ໄດ້ສະໜອງການບໍລິການຈັດຫາງານ. ຜູ້ທີ່ລັກເອົາຂໍ້ມູນ ຈະປະຕິບັດການ ຜ່ານລະບົບ ອິນເທິແນັດ ເປັນຫຼັກ, ໃຊ້ ອີແມລ, ໂທລະສັບ ແລະ ອຶ່ນໆ. ສູນ VFS Global ຂໍເຕືອນປະຊາຂົນ ໃຫ້ ລະມັດລະວັງບຸກຄົນເຫຼົ່ານີ້.
ຂໍແຈ້ງໃຫ້ຊາບວ່າ ສູນ VFS Global ເປັນສູນຮັບເຮັດວິຊາ ແລະ ເຮັດວຽກແຕ່ກັບລັດຖະບານ ແລະ ສະຖານເອກອັກຄະລັດຖະທູດ ເທົ່ານັ້ນ ເພື່ອປະຕິບັດພັນທະທາງດ້ານບໍລິຫານຂອງການດຳເນິນການກ່ຽວກັບວິຊາ. ສູນ VFS Global ແລະ ຕົວແທນຂອງ ສູນ ຈະບໍ່ຂໍໃຫ້ ບຸກຄົນ ຈ່າຍເງິນ ບໍ່ວ່າຈະໃນເງື່ອນໄຂກໍ່ຕາມ ເພື່ອຊັກຊວນໃຫ້ໄດ້ວຽກເຮັດງານທຳ ນຳສູນ ຫຼື ຢູ່ນອກສູນ. ຖ້າ ທ່ານ ໄດ້ຮັບຂໍ້ສະ ເໜີເຮັດວຽກ ທີ່ອ້າງຊື່ ສູນ VFS Global ແລະ ຂໍໃຫ້ ຈ່າຍເງິນ ຂໍ້ສະເໜີເຫລົ່ານັ້ນ ເປັນການຫຼອກລວງ
ສະພາບ ທີ່ສະແດງໃຫ້ເຫັນວ່າເປັນການຫຼອກລ່ວງ
ບາງຕົວຢ່າງຂ້າງລຸ່ມ ຂອງການຫຼອກລວງສະເໜີວຽກເຮັດງານທຳ ທີ່ເປັນການລະເມີດຂັ້ນຕອນ ແລະ ຈັນຍາບັນຂອງ ສູນ VFS Global
ການກະທຳ ດັ່ງກ່າວ ມີເຈດຕະນາຫຼອກລວງ ຫຼື ເອົາຂໍ້ມູນສ່ວນຕົວຈາກ ຜູ້ເຄາະຮ້າຍ
ການກະທຳຂອງບຸກຄົນເຫຼົ່ານີ້ ເປັນຄວາມຜິດທາງອາຍາ ແລະ ແພ່ງ. ໃນຂະນະທີ່ ສູນ ຖືເອົາບັນຫານີ້ເປັນບັນຫາສຳຄັນ ແລະ ສະຫງວນສິດໃນການຕິດຕໍ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ເພື່ອດຳເນີນການສືບສວນສອບສວນ ແລະ ດຳເນີນຄະດີ ຕໍ່ກິດຈະກຳຜິດກົດໝາຍ, ສ່ວຍໃຫຍ່ ມັນຍາກທີ່ຈະຊອກຫາ ແລະ ດຳເນີນຄະດີຕໍ່ບຸກຄົນເຫຼົ່ານີ້.
ດ້ວຍເຫດນີ້, ຜູ້ຂໍວິຊາ/ຜູ້ສົມໃຊ້ ທີ່ໄດ້ຮັບການຮ້ອງຂໍ ເປັນລາຍລັກອັກສອນ ຫຼື ທາງວາຈາ ໃຫ້ໄປ ສຳພາດ ຫຼື ໄດ້ຮັບຂໍ້ສະເໜີເຮັດວຽກ ທີ່ສົງໄສວ່າຈະເປັນການຫຼອກລວງ, ສູນ VFS Global ຂໍຮ້ອງໃຫ້ຜູ້ສົມໃຊ້ຈົ່ງບໍ່ເອົາໃຈໃສ່ຂໍ້ສະເໜີເຫຼົ່ານັ້ນ ແລະ ກວດສອບຂໍ້ມູນກັບສູນ VFS Global ຢູ່ communications@vfsglobal.com
ຖ້າ ຜູ້ຂໍວິຊາ/ຜູ້ສົມໃຊ້ ຫາກຮູ້ວ່າມີການຫຼອກລວງ, ສູນ VFS Global ຊຸກຍູ້ໃຫ້ແຈ້ງ ເຈົ້າໜ້າທີ່ ຕຳລວດ ແລະ/ຫຼື ອົງການທີ່ມີອຳນາດ ແລະ ແຈ້ງໃຫ້ ສູນ VFS Global ຊາບ ໂດຍການລາຍງານກໍລະນີການຫຼອກລ່ວງ ໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕາມທີ່ຢູ່ acco@vfsglobal.com
ບໍ່ວ່າຈະຕົກໃນກໍລະນີໃດກໍຕາມ, ສູນ VFS Global ຈະບໍ່ມີສ່ວນຮັບຜິດຊອບ ຕໍ່ການສູນເສັຽ, ຄວາມເສັຽຫາຍ, ຄ່າໃຊ້ຈ່າຍ ຫຼື ຂໍ້ຫຍຸ້ງຍາກ ທີ່ເກີດຈາກບຸກຄົນ ຫຼື ກິດຈະກຳທີ່ບໍ່ໄດ້ຮັບອະນຸຍາດເຫຼົ່ານີ້.
ປ່ຽນແປງເງື່ອນໄຂການນຳໃຊ້
ໃຫ້ ທ່ານ ຊາບວ່າ ເງື່ອນໄຂການນຳໃຊ້ ເວັບໄຊ໌ນີ້ ອາດຖືກອັບເດດ ເປັນບາງຄັ້ງຄາວ ໂດຍບໍ່ໄດ້ແຈ້ງ ໃຫ້ຊາບ ແລະ ດ້ວຍເຫດນີ້ ຜູ້ສົມໃຊ້/ຜູ້ຂໍວິຊາ ຕ້ອງເຂົ້າເບິ່ງເວັບໄຊ໌ ເປັນປົກກະຕິ ເພື່ອອ່ານການແຈ້ງການອັນຫຼ້າສຸດ.
ຕິດຕໍ່ພວກເຮົາ
ສຳລັບທຸກ ຄຳຖາມ ກ່ຽວກັບເງື່ອນໄຂການນຳໃຊ້ ຫຼື ວິທີປະຕິບັດ ທີ່ໄດ້ຊິ້ແຈງຂ້າງເທິງ ໃຫ້ ທ່ານ ຕິດຕໍ່ພວກເຮົາ ຢູ່ຫ້ອງການປະຈຳພາກພື້ນ ເພື່ອຂໍຂໍ້ມູນເພີ້ມເຕີມ https://www.vfsglobal.com/