Button Top

ຄ່າວິຊາ ໂດຍ ລວມ

VFS Global ຈະຮັບເກັບຄ່າທໍຳນຽມ 3 ປະເພດ:

  • ຄ່າທຳນຽມ ວິຊາ, ທີ່ VFS Global ເກັບຕາງໜ້າໃຫ້ ສະຖານທູດ ຕາມອັດຕາທີ່ ກົງສູນ ໄດ້ກໍານັດໄວ້.
  • ຄ່າບໍລິການ, ຕາມມາດຕະຖານຂອງ VFS Global ໃນການໃຫ້ບໍລິການກວດເອກະສານຕາງໜ້າໃຫ້ ສະຖານທູດ
  • ຄ່າບໍລິການເສີມ, ເປັນຄ່າບໍລິການເສີມທີ່ທ່ານສາມາດນຳໄຊ້ໄດ້ ໃນການຮຽກຂໍວິຊາ.

ໝາຍເຫດ: ການຊຳລະຄ່າທຳນຽມຕ່າງໆ ບໍ່ໄດ້ຮັບປະກັນວ່າວິຊາຈະໄດ້ຮັບການອານຸມັດ. ຄ່າທຳນຽມວິຊາ ແລະ ຄ່າບໍລິການ ບໍ່ສາມາດຄືນໄດ້ ຫຼື ໂອນຕໍ່ໄດ້ ພາຍຫລັງທີ່ໄດ້ນຳສົ່ງເອກະສານໄປເຖິງ ເຈົ້າໜ້າທີ່ ກົງສູນ ແລະ ໃນກໍລະນີ ທີ່ວິຊາບໍ່ຖືກອານຸມັດ ຫຼື ຜູ້ຍື່ນໃບຄຳຮ້ອງຍົກເລີກການຂໍວິຊາຂອງຕົນ

ຄ່າທຳນຽມຂໍ ວິຊາ

ປະເພດ ວິຊາ ເປັນເງິນຢູໂຣ ເປັນເງິນກີບ ການຊຳລະ
ວິຊາ Schengen (ຜູ້ໃຫຍ່) 60 582,000 ຊຳລະເງິນສົດ ທີ່ ສູນຂໍວິຊາ
ວິຊາ Schengen (ເດັກນ້ອຍ ອາຍຸ 6 ຫາ 11 ປີ) 35 340,000 ຊຳລະເງິນສົດ ທີ່ ສູນຂໍວິຊາ
ວິຊາ Schengen (ເດັກນ້ອຍ, ອາຍຸ 0 ຫາ 5 ປີ) ຟຣີ ຟຣີ -

ຄ່າທຳນຽມ ກຳນົດເປັນ ຍູໂລ ແລະ ຕ້ອງຊຳລະເປັນເງິນກີບ.

ອັດຕາແລກປ່ຽນ ລະຫວ່າງ ສະກຸນເງິນ ຍູໂລ ແລະ ກີບ ໄດ້ຖືກກຳນົດໂດຍ ເຈົ້າໜ້າທີ່ກົງສູນ ແລະ ປັບປຸງເປັນລະຍະ. ຄ່າທຳນຽມວິຊາ ເປັນ ສະກຸນ ກີບ ແມ່ນອີງຕາມອັດຕາແລກປ່ຽນ ຕົວຈິງ ເຊິ່ງສາມາດມີການປ່ຽນແປງທັນທີ.

ອີງຕາມຂໍ້ຕົກລົງເຈົ້າໜ້າທີ່ກົງສູນລະຫວ່າງບາງປະເທດ ແລະ ສະຫະພາບ ເອີຣົບ, ຜູ້ຖືສັນຊາດ ຈາກ ປະເທດດັ່ງຕໍ່ໄປນີ້ຕ້ອງຊຳລະ ຄ່າທຳໜຽມວິຊາ ພຽງ 35 ຢູໂລ: Albania, Armenia, Azerbaijan, Bosnia Herzegovina, Georgia, Macedonia, Moldova, Montenegro, Russia, Serbia and Ukraine.

ການຍົກເວັ້ນຄ່າທຳໜຽມ ວິຊາ:

ຄ່າທຳໜຽມ ວິຊາ ຈະຖືກເວັ້ນສຳລັບ ຜູ້ຍື່ນໃບຄຳຮ້ອງ ດັ່ງລຸມນີ້:

  1. ສາມີ, ພະລະຍາ ຫຼື ລູກ ທີ່ອາຍຸບໍ່ເກີນ 18 ປີ ຂອງບຸກຄົນທີ່ຖືສັນຊາດ ເຢຍລະມັນ

    ຢັ້ງຢືນໂດຍ ໃບຢັ້ງຢືນການແຕ່ງງານ ຫຼື ໃບແຈ້ງເກີດ, ພ້ອມກັບ ປື້ມຜ່ານແດນ ເຢຍລະມັນ

  2. ພໍ່ ແລະ ແມ່ ຂອງ ບຸກຄົນທີ່ຖືສັນຊາດ ເຢຍລະມັນ

    ຢັ້ງຢືນໂດຍ ໃບແຈ້ງເກີດ ພ້ອມກັບ ປື້ມຜ່ານແດນ ເຢຍລະມັນ

  3. ຄອບຄົວ ຜູ້ຖືສັນຊາດ ປະເທດ ສະມາຊິກ EU/EER, ຖ້າສາມາດເດີນທາງໄດ້ຢ່າງເສລີ
  4. ເດັກນ້ອຍອາຍຸບໍ່ເກີນ 6 ປີ

    ການຍື່ນເອກະສານຕ້ອງແມ່ນກ່ອນມື້ວັນເກີດຄົບຮອບ 6 ປີ (ຫລັງຈາກນັ້ນ ຊຳລະຄ່າທຳນຽມ ປົກກະຕິ)

  5. ນັກຮຽນ ຫຼື ນັກສຶກສາ ພ້ອມກັບ ຄູຕິດຕາມ ທີ່ໄປ ທັດສະນະສຶກສາ
  6. ນັກຄົ້ນຄົ້ວ
  7. ຜູ້ຕາງໜ້າ ຫລື ນັກສຳມະນາກອນ ຈາກ ອົງກອນບໍຫວັງຜົນກຳໄລ ທີ່ອາຍຸບໍ່ເກີນ 25 ປີ
  8. ຜູ້ເຂົ້າຮ່ວມງານສະແດງຜະລິດຕະພັນ ພ້ອມກັບ ປີ້ ຫລື ບັດເຊີນເຂົ້າຮ່ວມ (ທີ່ ອອກຊື່ຕາມ ປື້ມຜ່ານແດນ)
  9. ນັກສືກສາ ແລະ ຄູຕິດຕາມ ຈາກໂຮງຮຽນທີ່ເປັນສະມາຊິກ PASCH ຫຼື ການແລກປ່ຽນລະຫວ່າງໂຮງຮຽນ ພາຍໃຕ້ ໂຄງການ PASCH
  10. ບຸກຄົນທີ່ໄດ້ຖືກເຊີນ ຈາກ ສະຖາບັນສາທາລະນະ ເຢຍລະມັນ ແລະ ສະຫະພາບ ເອີຣົບ ໃນກໍລະນີ ທີ່ຄ່າໄຊ້ຈຈ່າຍ ອຸປະຖຳໂດຍ ເງິນທືນສາທາລະນະ (ລ່ວມ ທຶນສຶກສາ)
  11. ການໂອນຍາ້ຍ ວິຊາ ເດີນທາງເຂົ້າຫລາຍຄັ້ງ ຈາກ ປື້ມຜ່ານແດນຫົວເກົ່າ (ໃນບໍ່ລະນີປື້ມຫົວເກົ່າຫມົດໜ້າແຈ້ງກາຈຳ້)

ຄ່າທຳນຽມວິຊາ ຈະຖືກຍົກເວັ້ນສຳລັບ ປື້ມຜ່ານແດນທາງການ (ຍຶ່ນໃບຄຳຮ້ອງຜ່ານ ກະຊວງການຕ່າງປະເທດ ຢ່າງດຽວ)

  • ປື້ມຜ່ານແດນທາງການ ແລະ ນັກການທູດ
  • ພະນັກງານ / ຜູ້ແທນ ສະຫະປະຊາຊາດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ສະຫະປາຊາຊາດ
  • ສຳມະນາ ອຸປະຖຳ ແລະ ຈັດ ໂດຍ GIZ

ຄ່າທຳນຽມໄດ້ຖືກກຳນົດໄວ້ຕາມ ຂໍ້ມູນນີ້. ຈະບໍມີຄ່າໃດໆອີກເພີ່ມຕື່ມ ນອກເໜືອນີ້ ຫຼື ໃນກໍລະນີ ຂໍສິຊາດ່ວນ

ຄ່າບໍລິການ ຮັບໃບຄຳຮ້ອງ

ຄ່າບໍລິການຮັບໃບຄຳຮ້ອງ ຂໍວິຊາ ສຳລັບທຸກກໍລະນີ ໄດ້ກຳນົດໄວ້ທີ່ 30 ຢູໂລ ຫຼື 291,000 ກີບ ຕໍ່ຄົນ ລວມອາກອນ. ຄ່າບໍລິການນີ້ ເປັນຄ່າທຳນຽມມາດຕະຖາມ ໃນການຮັບໃບຄຳຮ້ອງ ສະໜອງໂດຍ VFS Global (ຕົວຢ່າງ: ການກະກຽມຂໍ້ມູນ, ການນັດໝາຍ, ຮັບໃບຄຳຮ້ອງ, ອັດຂໍມູນ...)

ຄ່າບໍລິການ VFS ເປັນເງິນຢູໂຣ ເປັນເງິນກີບ ການຊຳລະ
30 291,000 ຊຳລະເງິນສົດ ທີ່ ສູນຂໍວິຊາ

ຄ່າບໍລິການເສີມ

ທ່ານສາມາດຫາຂໍມູນກ່ຽວກັບ ບໍລິການເສີມທີ່ນີ້

ໝາຍເຮັດ:

ທຸກການຊຳລະຕ້ອງມີໃບຮັບເງິນ.

ຄ່າທຳນຽມວິຊາ ແລະ ຄ່າບໍລິການ ບໍ່ສາມາດຄືນໄດ້ ຫຼື ໂອນຕໍ່ໄດ້.