Button Top

ເຕົ້າໂຮມ ຄອບຄົວ (ຫລັງຈາກ ແຕ່ງງານຢູ່ ສປປ ລາວ)

ແນະນຳ

ວິຊາເພື່ອທ້ອນໂຮມຄອບຄົວກັບ ຊາວ ເຢັຽລະມັນ ຫຼື ຄົນສັນຊາດຂອງປະເທດ ໃນສະຫະພາບ ຢູໂລບ ແມ່ນອອກໃຫ້ຕາມຄຳຮ້ອງຂໍວິຊາຍາວນານ ເພື່ອໄປຫາສາມີ, ພັນລະຍາ ຫຼື ຄູ່ຮ່ວມຊິວິດ ທີ່ເປັນຄົນສັນຊາດ ເຢັຽລະມັນ ຫຼື ຂອງປະເທດໃນສະຫະພາບ ຢູໂລບ ແລະ ດຳລົງຊິວິດຢູ່ ປະເທດ ເຢັຽລະມັນ

ທ່ານ ຕ້ອງຍື່ນໃບຄຳຮ້ອງຂໍວິຊາ ຜ່ານການນັດໝາຍວັນເວລາ ໂດຍກົງກັບ ສະຖານທູດ ເຢັຽລະມັນ ປະຈຳນະຄອນຫຼວງວຽງຈັນ

ກະລຸນາ ກົດ ບ່ອນນີ້ ເພື່ອເຂົ້າເວັບໄຊ໌ ຂອງ ສະຖານທູດ ແລະ ບ່ອນນີ້ ເພື່ອເຂົ້າລະບົບການນັດ    ໝາຍວັນເວລາ

ຄ່າ ວິຊາ

ປະເພດ ວິຊາ ເປັນເງິນຢູໂຣ ເປັນເງິນກີບ ການຊຳລະ
ວິຊາ ທ້ອງຖິ່ນ
(ຜູ້ໃຫຍ່)
75 ຕາມອັດຕາແລກປ່ຽນໂຕຈິງ ຊຳລະເງິນສົດທີ່ ສະຖານທູດ ເຢຍລະມັນແຫ່ງ ສປປ ລາວ

ເອກະສານຕ້ອງຍື່ນ

ໃຫ້ເບີ່ງລາຍການເອກະສານ ທີ່ຕ້ອງປະກອບຂ້າງລຸ່ມ ກ່ອນຍື່ນໃບຄຳຮ້ອງຂໍວິຊາ ເຊິ່ງມັນຈະຊ່ວຍຫລຸດຜ່ອນໂອກາດຖຶກປະຕິເສດວິຊາ ອັນເນື່ອງມາຈາກ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມ

ກວດສອບເອກະສານ (ເປັນພາສາອັງກິດ) ວິຊາໄລຍະຍາວ ເພື່ອທ້ອນໂຮມຄອບຄົວ ພາຍຫຼັງສ້າງຄອບຄົວຢູ່ ສປປ ລາວ

ລາຍລະອຽດ ຮູບ

ເນື່ອງຈາກວ່າ ວິຊາໄລຍະຍາວ ສາມາດອອກໄດ້ແຕ່ພາຍຫຼັງການເຫັນດີຈາກ ຫ້ອງການຮັບຜິດຊອບຄົນຕ່າງດ້າວຂອງ ປະເທດ ເຢັຽລະມັນ ແລະ ໃຊ້ເວລາດົນສຳລັບການສົ່ງຂໍ້ມູນ ການພິຈາລະນາອອກວິຊາໄລຍະຍາວ ໃຊ້ເວລາ ສະເລັ່ຽ 2 ເດືອນ

ລະຍະ ເວລາ ລໍຖ້າ

ໃນຖານະເປັນວີຊາໄລຍະຍາວພຽງແຕ່ສາມາດອອກຫຼັງຈາກການອະນຸມັດຈາກຫ້ອງການມະນຸດຕ່າງດາວທີ່ມີອໍານາດໃນເຢຍລະມັນແລະເນື່ອງຈາກການໃຊ້ເວລາການສົ່ງມອບທີ່ໃຊ້ເວລາຍາວນານໃຊ້ເວລາສອງເດືອນໂດຍສະເລ່ຍ.

ດາວໂຫລດ ໃບຟອມ

ໃບຄຳຮ້ອງ ຂໍວິຊາ

ກະລຸນາ ຂຽນໃບຄຳຮ້ອງນີ້ ຢ່າງຄົບຖ້ວນ. ພີມອອກສະບັບ 1 ລວມທຸກໜ້າ, ເຊັນຊື່ ແລະ ຍຶ່ນພ້ອມກັບເອກະສານປະກອບ ຂໍວິຊາ. ສຳລັບຂໍ້ມູນເພີ່ມຕື່ມ, ທ່ານ ສາມາດ ອ່ານຄູ່ມື່ທີ່ນີ້

ໃບຄຳຮ້ອງຕ້ອງລົງລາຍເຊັນໂດຍຜູ້ຮ້ອງຂໍເທົ່ານັ້ນ. ສຳລັບບຸກຄົນ ອາຍຸຕຳ່ກ່ວາ 18 ປີ, ສາມາດໃຫ້ຜູ້ປົກຄອງຄົນ 1 ລົງລາຍເຊັນຕາງໜ້າ

ຂໍ້ມູນເພີ່ມ:

ຂໍ້ມູນກ່ຽວ § 54 Abs. 2 Nr. 8 i. V. m. § 53 AufenthG

ທ່ານຕ້ອງຍື່ນຄໍາຮ້ອງຂໍວີຊາຂອງທ່ານດ້ວຍການແຕ່ງຕັ້ງໂດຍກົງໂດຍສະຖານທູດເຢຍລະມັນໃນນະຄອນຫຼວງວຽງຈັນ.