ທີ່ສູນສະໝັກ ວີຊ້າ VFS Global
ທ່ານສາມາດນັດໝາຍທີ່ສູນຂໍວິຊາ ທີ່ນີ້ ຖ້າທ່ານຈະເດີນທາງໄປ ເຢຍລະມັນ ດ້ວຍຈຸດປະສົງດັ່ງລຸ່ມນີ້:
ກົດທີ່ນີ້ສຳລັບນັດໝາຍ ແລະ ຍື່ນເອກະສານ ທີ່ສູນວິຊາ VFS.
ສຳລັບການເດີນທາງເປັນກຸ່ມ (ຕຳ່ສຸດ 10 ຄົນ) ທ່ານສາມາດພົວພັນ ສູນວິຊາພວກເຮົາທາງໂທລະສັບ ຫຼື ສົ່ງ email ເພື່ອການນັດໝາຍ ຕາມຄວາມສະດວກຂອງ ທ່ານ.
ຂໍ້ແນະນຳ:
- ກ່ອນນັດໝາຍກັບພະນັກງານສູນ, ທ່ານ ຕ້ອງອ່ານ ແລະ ເຂົ້າໃຈຂັ້ນຕອນການຂໍວິຊາ ທີ່ເວັບໄຊ, ຂຽນໃບຄຳຮ້ອງ ແລະ ປະກອບເອກະສານຢັ້ນຢືນ ເພື່ອເອົາມາຍື່ນທີ່ ສູນຂໍວິຊາ ປະເທດ ເຢຍລະມັນ ຂອງ VFS Global
- ຖ້າທ່ານມອາການບາດເຈັບຊົ່ວຄາວ ຫຼື ມີລາຍຊັກໃຫມ່ຢູ່ນິ້ວມື, ພວກເຮົາແນະນຳໃຫ້ລໍຖ້າຈົນກ່ວາອາກາດບາດເຈັບຢຸດເຊົາ ກ່ອນມານັດໝາຍ ເພື່ອຄວາມສະດວກໃນການເກັບຂໍ້ມູນ biometric.
- ມີແຕ່ຜູ້ຮ້ອງຂໍວິຊາສາມາດເຂົ້າໃນສູນຂໍວິຊາໄດ້. ຍົກເວັ້ນ ຜູ້ຕິດຕາມບຸກຄົນອາຍຸຕຳ່ກ່ວາ 18 ປີ ຫຼື ຜູ້ຕ້ອງການຄວາມຊ່ວຍຫລືອພີເສດດ້ວຍເຫດຜົນທາງການແພດ.
- ທ່ານສາມາດນັດໝາຍຄັ້ງດຽວຕໍ່ປື້ມຜ່ານແດນ.
- ການຮ້ອງຂໍວິຊາ ຈະຖືກສູນວິຊາ ເຢຍລະມັນ ປະຕິເສດໃນເມື່ອຊື່ຜູ້ຮ້ອງຂໍ ຕ່າງຈາກຊື່ທີ່ນັດໝາຍໄວ້
- ໃນເມື່ອເດີນທາງເປັນກຸ່ມ ຫລື ຄອບຄົວ, ທ່ານ ຕ້ອງນັດໝາຍໄວ້ສະເພາະແຕ່ລະທ່ານ. ຕົວຢ່າງ: ເດີນທາງເປັນຄອບຄົວ (ຜູ້ໃຫຍ່ 2 ຄົນ ແລະ ເດັກນ້ອຍ 2 ຄົນ) ທ່ານຈະຕ້ອງໄດ້ນັດໝາຍສຳລັບ 4 ທ່ານ
- ກະລຸນາ ເກັບ ແລະ ຮັກສາ ໃບນັດໝາຍໄວ້ ໃນເວລາເຂົ້າມາຍຶ່ນເອກະສານທີ່ຢູ່ວິຊາ ເຢຍລະມັນ ເພື່ອໃຫ້ ພະນັກງານ ແລະ ເຈົ້າໜ້າທີ່ ກວດ.
- ກະລຸນາ ໃຫ້ ທ່ານ ຮອດສູນວິຊາຢ່າງຕຳ່ 10 ນາທີ ກ່ອນໂມງນັດໝາຍໄວ້. ໃນກໍລະນີ ທ່ານ ມາຮອດສູນວິຊາ ຊ້າຫລາຍກ່ວາ 15 ນາທີ, ການນັດໝາຍຂອງທ່ານຈະຖຶກຍົກເລີກ.
- ຖ້າ ທ່ານ ບໍ່ສາມາດມາສູນຂໍວິຊາ ຕາມໂມງນັດໝາຍດ້ວຍບໍ່ມີການແຈ້ງລ່ວງໜ້າ, ລະບົບການນັດໝາຍຈະບໍ່ອານຸຍາດໃຫ້ ທ່ານ ເລື່ອນ ຫຼື ຍົກເລີກການນັດໝາຍ ແລະ ທ່ານ ຈະຕ້ອງລໍຖ້າ 24 ຊົ່ວໂມງກ່ອນທີ່ຈະສາມາດນັດໝາຍໃຫມ່
- ທ່ານ ສາມາດເລື່ອນການນັດໝາຍຂອງ ທ່ານ ໄປເວລາຄັ້ງໜ້າ ໃນລະຍະເວລາ 2 ມື້ ກ່ອນມື້ນັດໝາຍເດີມ.
ໝາຍເຫດ: ຖ້າ ທ່ານ ມາເຖິງສູນຂໍວິຊາ ດ້ວຍ ບໍ່ມີການນັດໝາຍໄວ້ລ່ວງໜ້າ, ທ່ານ ສາມາດ ຂໍນັດໝາຍໃຫມ່ ຜ່ານໜ້າເວັບໄຊນີ້ ແລະ ກັບມາທີ່ສູນພວກເຮົາໃນເວລານັດໝາຍໃຫມ່