ວິຊາຢ້ຽມຢາມ
ແນະນຳ
ທຸກຄົນທີ່ມາຂໍວິຊາລວມທັງ ເດັກນ້ອຍ ແລະ ແອນ້ອຍ ຕ້ອງຍື່ນໃບຄຳຮ້ອງຂໍວິຊາຕາມນັດໝາຍ ໃນວັນເວລາທີ່ ຜູ້ຂໍວິຊາ ໄດ້ນັດໝາຍຜ່ານ ລະບົບ ອອນໄລ໌ (ໃຫ້ເບິ່ງພາກ ວິທີການນັດໝາຍວັນເວລາ)
ຜູ້ຂໍວີຊາ ທີ່ເດິນທາງເຂົ້າປະເທດ ເຢັຽລະມັນ ເພື່ອຢ້ຽມຄອບຄົວ ຫຼື ໝູ່ເພື່ອນ ຕ້ອງຂໍວິຊາປະເພດນີ້
ຄ່າ ວິຊາ
VFS Global ຈະຮັບເກັບຄ່າທໍຳນຽມ 3 ປະເພດ:
- ຄ່າທຳນຽມ ວິຊາ, ທີ່ VFS Global ເກັບຕາງໜ້າໃຫ້ ສະຖານທູດ ຕາມອັດຕາທີ່ ກົງສູນ ໄດ້ກໍານັດໄວ້.
- ຄ່າບໍລິການ, ຕາມມາດຕະຖານຂອງ VFS Global ໃນການໃຫ້ບໍລິການກວດເອກະສານຕາງໜ້າໃຫ້ ສະຖານທູດ
- ຄ່າບໍລິການເສີມ, ເປັນຄ່າບໍລິການເສີມທີ່ທ່ານສາມາດນຳໄຊ້ໄດ້ ໃນການຮຽກຂໍວິຊາ.
ໝາຍເຫດ: ການຊຳລະຄ່າທຳນຽມຕ່າງໆ ບໍ່ໄດ້ຮັບປະກັນວ່າວິຊາຈະໄດ້ຮັບການອານຸມັດ. ຄ່າທຳນຽມວິຊາ ແລະ ຄ່າບໍລິການ ບໍ່ສາມາດຄືນໄດ້ ຫຼື ໂອນຕໍ່ໄດ້ ພາຍຫລັງທີ່ໄດ້ນຳສົ່ງເອກະສານໄປເຖິງ ເຈົ້າໜ້າທີ່ ກົງສູນ ແລະ ໃນກໍລະນີ ທີ່ວິຊາບໍ່ຖືກອານຸມັດ ຫຼື ຜູ້ຍື່ນໃບຄຳຮ້ອງຍົກເລີກການຂໍວິຊາຂອງຕົນ
ຄ່າທຳນຽມຂໍ ວິຊາ
ປະເພດວິຊາ | ເປັນເງິນຢູໂຣ | ເປັນເງິນກີບ | ການຊຳລະ |
---|---|---|---|
ວິຊາ Schengen (ຜູ້ໃຫຍ່) | 80 | 794,000 | ຊຳລະເງິນສົດ ທີ່ ສູນຂໍວິຊາ |
ວິຊາ Schengen (ເດັກນ້ອຍ ອາຍຸ 6 ຫາ 11 ປີ) | 40 | 397,000 | ຊຳລະເງິນສົດ ທີ່ ສູນຂໍວິຊາ |
ວິຊາ Schengen (ເດັກນ້ອຍ, ອາຍຸ 0 ຫາ 5 ປີ) | ຟຣີ | ຟຣີ | - |
ຄ່າທຳນຽມ ກຳນົດເປັນ ຍູໂລ ແລະ ຕ້ອງຊຳລະເປັນເງິນກີບ.
ອັດຕາແລກປ່ຽນ ລະຫວ່າງ ສະກຸນເງິນ ຍູໂລ ແລະ ກີບ ໄດ້ຖືກກຳນົດໂດຍ ເຈົ້າໜ້າທີ່ກົງສູນ ແລະ ປັບປຸງເປັນລະຍະ. ຄ່າທຳນຽມວິຊາ ເປັນ ສະກຸນ ກີບ ແມ່ນອີງຕາມອັດຕາແລກປ່ຽນ ຕົວຈິງ ເຊິ່ງສາມາດມີການປ່ຽນແປງທັນທີ.
ອີງຕາມຂໍ້ຕົກລົງເຈົ້າໜ້າທີ່ກົງສູນລະຫວ່າງບາງປະເທດ ແລະ ສະຫະພາບ ເອີຣົບ, ຜູ້ຖືສັນຊາດ ຈາກ ປະເທດດັ່ງຕໍ່ໄປນີ້ຕ້ອງຊຳລະ ຄ່າທຳໜຽມວິຊາ ພຽງ 35 ຢູໂລ: Albania, Armenia, Azerbaijan, Bosnia Herzegovina, Georgia, Macedonia, Moldova, Montenegro, Russia, Serbia and Ukraine.
ການຍົກເວັ້ນຄ່າທຳໜຽມ ວິຊາ:
ຄ່າທຳໜຽມ ວິຊາ ຈະຖືກເວັ້ນສຳລັບ ຜູ້ຍື່ນໃບຄຳຮ້ອງ ດັ່ງລຸມນີ້:
ສາມີ, ພະລະຍາ ຫຼື ລູກ ທີ່ອາຍຸບໍ່ເກີນ 18 ປີ ຂອງບຸກຄົນທີ່ຖືສັນຊາດ ເຢຍລະມັນ
ຢັ້ງຢືນໂດຍ ໃບຢັ້ງຢືນການແຕ່ງງານ ຫຼື ໃບແຈ້ງເກີດ, ພ້ອມກັບ ປື້ມຜ່ານແດນ ເຢຍລະມັນ
ພໍ່ ແລະ ແມ່ ຂອງ ບຸກຄົນທີ່ຖືສັນຊາດ ເຢຍລະມັນ
ຢັ້ງຢືນໂດຍ ໃບແຈ້ງເກີດ ພ້ອມກັບ ປື້ມຜ່ານແດນ ເຢຍລະມັນ
- ຄອບຄົວ ຜູ້ຖືສັນຊາດ ປະເທດ ສະມາຊິກ EU/EER, ຖ້າສາມາດເດີນທາງໄດ້ຢ່າງເສລີ
ເດັກນ້ອຍອາຍຸບໍ່ເກີນ 6 ປີ
ການຍື່ນເອກະສານຕ້ອງແມ່ນກ່ອນມື້ວັນເກີດຄົບຮອບ 6 ປີ (ຫລັງຈາກນັ້ນ ຊຳລະຄ່າທຳນຽມ ປົກກະຕິ)
- ນັກຮຽນ ຫຼື ນັກສຶກສາ ພ້ອມກັບ ຄູຕິດຕາມ ທີ່ໄປ ທັດສະນະສຶກສາ
- ນັກຄົ້ນຄົ້ວ
- ຜູ້ຕາງໜ້າ ຫລື ນັກສຳມະນາກອນ ຈາກ ອົງກອນບໍຫວັງຜົນກຳໄລ ທີ່ອາຍຸບໍ່ເກີນ 25 ປີ
- ຜູ້ເຂົ້າຮ່ວມງານສະແດງຜະລິດຕະພັນ ພ້ອມກັບ ປີ້ ຫລື ບັດເຊີນເຂົ້າຮ່ວມ (ທີ່ ອອກຊື່ຕາມ ປື້ມຜ່ານແດນ)
- ນັກສືກສາ ແລະ ຄູຕິດຕາມ ຈາກໂຮງຮຽນທີ່ເປັນສະມາຊິກ PASCH ຫຼື ການແລກປ່ຽນລະຫວ່າງໂຮງຮຽນ ພາຍໃຕ້ ໂຄງການ PASCH
- ບຸກຄົນທີ່ໄດ້ຖືກເຊີນ ຈາກ ສະຖາບັນສາທາລະນະ ເຢຍລະມັນ ແລະ ສະຫະພາບ ເອີຣົບ ໃນກໍລະນີ ທີ່ຄ່າໄຊ້ຈຈ່າຍ ອຸປະຖຳໂດຍ ເງິນທືນສາທາລະນະ (ລ່ວມ ທຶນສຶກສາ)
- ການໂອນຍາ້ຍ ວິຊາ ເດີນທາງເຂົ້າຫລາຍຄັ້ງ ຈາກ ປື້ມຜ່ານແດນຫົວເກົ່າ (ໃນບໍ່ລະນີປື້ມຫົວເກົ່າຫມົດໜ້າແຈ້ງກາຈຳ້)
ຄ່າທຳນຽມວິຊາ ຈະຖືກຍົກເວັ້ນສຳລັບ ປື້ມຜ່ານແດນທາງການ (ຍຶ່ນໃບຄຳຮ້ອງຜ່ານ ກະຊວງການຕ່າງປະເທດ ຢ່າງດຽວ)
- ປື້ມຜ່ານແດນທາງການ ແລະ ນັກການທູດ
- ພະນັກງານ / ຜູ້ແທນ ສະຫະປະຊາຊາດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ສະຫະປາຊາຊາດ
- ສຳມະນາ ອຸປະຖຳ ແລະ ຈັດ ໂດຍ GIZ
ຄ່າທຳນຽມໄດ້ຖືກກຳນົດໄວ້ຕາມ ຂໍ້ມູນນີ້. ຈະບໍມີຄ່າໃດໆອີກເພີ່ມຕື່ມ ນອກເໜືອນີ້ ຫຼື ໃນກໍລະນີ ຂໍສິຊາດ່ວນ
ຄ່າບໍລິການ ຮັບໃບຄຳຮ້ອງ
ຄ່າບໍລິການຮັບໃບຄຳຮ້ອງ ຂໍວິຊາ ສຳລັບທຸກກໍລະນີ ໄດ້ກຳນົດໄວ້ທີ່ 34.13 ຢູໂລ ຫຼື 339,000 ກີບ ຕໍ່ຄົນ ລວມອາກອນ. ຄ່າບໍລິການນີ້ ເປັນຄ່າທຳນຽມມາດຕະຖາມ ໃນການຮັບໃບຄຳຮ້ອງ ສະໜອງໂດຍ VFS Global (ຕົວຢ່າງ: ການກະກຽມຂໍ້ມູນ, ການນັດໝາຍ, ຮັບໃບຄຳຮ້ອງ, ອັດຂໍມູນ...)
ຄ່າບໍລິການ VFS | ເປັນເງິນຢູໂຣ | ເປັນເງິນກີບ | ການຊຳລະ |
---|---|---|---|
34.13 | 339,000 | ຊຳລະເງິນສົດ ທີ່ ສູນຂໍວິຊາ |
ຄ່າບໍລິການເສີມ
ທ່ານສາມາດຫາຂໍມູນກ່ຽວກັບ ບໍລິການເສີມທີ່ນີ້
ໝາຍເຮັດ:
ທຸກການຊຳລະຕ້ອງມີໃບຮັບເງິນ.
ຄ່າທຳນຽມວິຊາ ແລະ ຄ່າບໍລິການ ບໍ່ສາມາດຄືນໄດ້ ຫຼື ໂອນຕໍ່ໄດ້.
ເອກະສານຕ້ອງຍື່ນ
ໃຫ້ເບີ່ງລາຍການເອກະສານ ທີ່ຕ້ອງປະກອບຂ້າງລຸ່ມ ກ່ອນຍື່ນໃບຄຳຮ້ອງຂໍວິຊາ ເຊິ່ງມັນຈະຊ່ວຍຫລຸດຜ່ອນໂອກາດຖຶກປະຕິເສດວິຊາ ອັນເນື່ອງມາຈາກ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມ
ລາຍລະອຽດ ຮູບ
ກະລຸນາ ຍື່ນຮູບປື້ມຜ່ານແດນຕາມເງືອນໄຂມາດຕະຖານ ICAO ດັ່ງລຸ່ມນີ້
ຮູບເປັນສ່ວນໜຶ່ງຂອງຂໍ້ມູນ biometric, ເຊິ່ງເປັນຂໍ້ບັງຄັບກຳລັບການ ຂໍ ວິຊາ Schengen:
- ຮູບສີດ້ວຍພື້ນຂາວ
- ຂະໜາດ: 3.5 x 4.5cm
- ຖ່າຍຈາກດ້ານໜ້າ ແລະ ຫລຽວເບິ່ງກ້ອງ
- ປາກປິດ ແລະ ບໍ້ເຫັນແຂ້ວ
- ບໍ່ມີເງົາຢູ່ໃບໜ້າ
- ຜູ່ນໃສແວ່ນຕາຂະຫຢາຍ: ບໍ່ໃຫ້ຄອບແວ່ນບັງຕາ
- ຮູບຄົມ, ແຈ້ງ, ຈຳນວນ pixel ສູງ (600dpi)
- ໃບໜ້າກວມ 70-80% ຂອງພື້ນທີ່ຮູບ
- ຮູບໃຫມ່, ຖ່າຍພາຍໃນ 6 ເດືອນ
ຮູບນີ້ຈະຕິດຢູ່ໜ້າ ວິຊາ ປຶ້ມຜ່ານແດນ ແລະ ຕ້ອງປະຕິບັດຕາມເງຶອນໄຂ. ຮູບຈະຖືກເກັບໄວ້ໃນຖານຂໍ້ມູນຕ່າງໆ (ບັນຊີສູນກາງ ຄົນທ່າງປະເທດ, ລະບົບ ຂໍ້ມູນວິຊາ), ເພື່ອການສົມທຽບໃນເວລາເຂົ້າເຂດ Schengen.
ຮູບທີ່ເກົ່າກວ່າ 6 ເດືອນ ຈະບໍ່ຮັບການອານຸມັດຈາກເຈົ້າໜ້າທີ່ກົງສູນ ແລະ ໃບຄຳຮ້ອງປະກອບດ້ວຍຮູບເກົ່າກ່ວາ 6 ເດືອນ ຈະຖຶກປະຕິເສດ. ສະນັ້ນພວກເຮົາແນະນຳໃຫ້ຖ່າຍຮຸບໃຫມ່ກ່ອນມາຍື່ນໃບຄຳຮ້ອງ.
ປະກັນໄພ ເດີນທາງ ແລະ ສຸຂະພາບ
ຜູ້ເດີນທາງເຂົົ້າ ເຢຍລະມັນ ແລະ ເຂດ Schengen ຕ້ອງມີປະກັນໄພເດີນທາງ. ທ່ານສາມາດ ຍື່ນເອກະສານຮັບຮອງປະກັນໄພຂອງທ່ານ ຈາກບໍລິສັດ ປະກັນໄພ ຢູ່ ເອີຣົບ ຫຼື ຢູ່ ລາວ. ສຳລັບ ບໍ່ລິສັດປະກັນໄພ ຢູ່ ລາວ ຈະມີບາງບໍລິສັດເທົ່ານັ້ນທີ່ ປະເທດ ເຢຍລະມັນ ຮັບຮູ້.
ການຄຸ້ມຄອງຕຳ່ສຸດ ຂອງ ປະກັນໄພເດີນທາງ ແມ່ນ 30,000 ຢູໂລ ແລະ ລວມຄ່າປິ່ນປົວ, ຄ່າເຂົ້າໂຮງໝໍ ແລະ ຄ່າເດີນທາງກັບປະເທດໃນກໍລະນີສຸກເສີມ ຫລື ບາດເຈັບ. ກຳນົດປະກັນໄພເດີນທາງ ຕ້ອງຢູ່ໃນລະຍະການເດີນທາງ ແລະ ນຳໄຊ້ໄດ້ໃນທຸກປະເທດໃນເຂດ Schengen.
ເອກະສານຢັ້ງຢືນປະກັນໄພ ຈະຮັບການຮັບຮູ້ໃນເມື່ອມີກາຈຳ ແລະ ລາຍເຊັນທີ່ຖືກຕ້ອງ ຈາກ ບໍລິສັດ ປະກັນໄພ
ບັນຊີ ບໍລິສັດ ປະກັນໄພ ທີ່ໄດ້ຮັບການຮັບຮູ້:
- ຢູ່ ລາວ: ບໍລິສັດ ອາລີອັນສ໌ ປະກັນໄພ ແລະ ລາວວີວັດ ປະກັນໄພ
- ບັນຊີ ບໍລິສັດ ປະກັນໄພທັງຫມົດ: ກົດທີ່ນີ້
ລະຍະ ເວລາ ລໍຖ້າ
ຕ້ອງປະກອບໃບຄຳຮ້ອງຂໍວິຊາເຂົ້າເຂດ ແຊັງແກນ (ໄລຍະສັ້ນ) 90 ວັນ ກ່ອນວັນເດີນທາງ. ຈະມີການພິຈາລະນາໃບຄຳຮ້ອງຂໍວິຊາ ພາຍໃນ 15 ວັນ. ສຳລັບແຕ່ລະກໍລະນີ, ການພິຈາລະນາ ໃບຄຳຮ້ອງຂໍວິຊາອາດຮອດ 30 ວັນ ແລະ ດົນກວ່ານັ້ນ ຕາມການພິຈາລະນາຂອງສະຖານທູດ ແລະ ຍ້ອນບາງເຫດຜົນ. ຂໍແນະນຳວ່າ ບໍ່ໃຫ້ປະກອບເອກະສານຂໍວິຊາ 15 ວັນກ່ອນວັນເດີນທາງ ເພາະຈະບໍ່ຮັບປະກັນວ່າຈະຖືກພິຈາລະນາທັນເວລາ.
ສູນຂໍວິຊາ VFS Global ບໍ່ມິສິດກຳນົດໄລຍະເວລາສຳລັບການພິຈາລະນາຄຳຮ້ອງຂໍວິຊາ ກໍຄືເລັ່ງເວລາພິຈາລະນາຄຳຮ້ອງວິຊາ.
ຂໍແຈ້ງໃຫ້ ຊາບ ທ່ານ ຕ້ອງມາພົບເຈົ້າໜາທີ່ກົງສູນ ດ້ວຍຕົນເອງ ເພື່ອສຳພາດ ຢູ່ກົງສູນສະຖານທູດກ່ອນທີj ສະຖານທູດ ຈະຕົກລົງຮັບເອົາໃບຄຳຮ້ອງຂໍວິຊາ. ສະຖານທູດ ສະຫງວນລິກະສິດ ໃນການຂໍເອກະສານເພີ້ມເຕີມ ໃນໄລຍະພິຈາລະນາ ຄຳຮ້ອງຂໍວິຊາ. ຜູ້ຂໍວິຊາຕ້ອງອ່ານຂໍ້ມູນຢູ່ ເວັບໄຊ໌ ຢ່າງລະອຽດ. ຄູ່ມືໃນເວັບໄຊ໌ ຈະຊ່ວຍ ທ່ານ ກະກຽມເອກະສານ ໃຫ້ຊັດເຈນເທົ່າທີ່ເປັນໄປໄດ້ ເຊິ່ງມັນຈະຊ່ວຍຫລຸດຜ່ອນໂອກາດການຖືກປະຕິເສດວິຊາ
ໃຫ້ ທ່ານ ແນ່ໃຈວ່າ ໄດ້ສົ່ງໃບຄຳຮ້ອງຂໍວີຊາລ່ວງໜ້າ ເພາະຫຼີກລ້ຽງຂໍ້ຫຍຸ້ງຍາກ.
ທຸກການຕົກລົງໃຫ້ ຫຼື ບໍ່ໃຫ້ວິຊາ ແມ່ນເປັນຄວາມຮັບຜິດຊອບຂອງ ສະຖານທູດ ເຢັຽລະມັນ ປະຈຳ ນະຄອນຫຼວງວຽງຈັນ ເທົ່ານັ້ນ.
ດາວໂຫລດ ໃບຟອມ
ໃບຄຳຮ້ອງ ຂໍວິຊາ Schengen
ກະລຸນາ ຂຽນໃບຄຳຮ້ອງນີ້ ຢ່າງຄົບຖ້ວນ. ພີມອອກສະບັບ 1 ລວມທຸກໜ້າ, ເຊັນຊື່ ແລະ ຍຶ່ນພ້ອມກັບເອກະສານປະກອບ ຂໍວິຊາ. ສຳລັບຂໍ້ມູນເພີ່ມຕື່ມ, ທ່ານ ສາມາດ ອ່ານຄູ່ມື່ທີ່ນີ້ ຫຼື ຫາຜູ້ຊ່ວຍຜ່ານ ເວັບໄຊ
ໃບຄຳຮ້ອງຕ້ອງລົງລາຍເຊັນໂດຍຜູ້ຮ້ອງຂໍເທົ່ານັ້ນ. ສຳລັບບຸກຄົນ ອາຍຸຕຳ່ກ່ວາ 18 ປີ, ສາມາດໃຫ້ຜູ້ປົກຄອງຄົນ 1 ລົງລາຍເຊັນຕາງໜ້າ
ຂໍ້ມູນເພີ່ມ:
ຂໍ້ມູນກ່ຽວ § 54 Abs. 2 Nr. 8 i. V. m. § 53 AufenthG
ຂໍ້ມູນກ່ຽວກັບ ການປົກປ້ອງຂໍ້ມູນສ່ວນຕົວ
ຂໍ້ມູນ ກ່ຽວກັບ ການໄດ້ຮັບການປົກປ້ອງຂໍ້ມູນ ສ່ວນຕົວ
ຫ້ອງການຮັບແປພາສາ
ເອກະສານ ພາສາລາວ ທັງຫມົດ ຈະຕ້ອງແປເປັນ ພາສາອັງກິນ ຫຼື ເຢຍລະມັນ.
ກົດທີ່ນີ້ ເພື່ອເບິ່ງບັນຊີລາຍຊື່ບໍລິສັດຮັບແປເອກະສານ ທີ່ ສປປ ລາວ ຫ້ອງການຮັບແປພາສາອື່ນໆ ກໍ່ສາມາດຖຶກຮັບຮູ້ໄດ້.